leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ. ພາບ: vov.vn

ເນື່ອງໃນໂອກາດມາຢ້ຽມຢາມມາເລເຊຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 26 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາກະຊວງຂະແໜງການທີ່ກ່ຽວຂ້ອງສອງປະເທດຕັ້ງໜ້າສົມທົບກັນ, ແລກປ່ຽນເພື່ອຜັນຂະຫຍາຍບັນດາໂຄງການສຳຄັນຢ່າງມີປະສິດທິຜົນເພື່ອເຊື່ອມຕໍ່ສອງພື້ນຖານເສດຖະກິດກ່ຽວກັບຄົມມະນາຄົມ, ພື້ນຖານໂຄງລ່າງ, ການຄ້າ, ແຫຼ່ງຊັບພະຍາກອນມະນຸດ, ລະບົບສະໜອງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ຕັ້ງໜ້າແບ່ງປັນບົດຮຽນປະສົບການ, ໜູນຊ່ວຍລາວໃນວິວັດການສ້າງແນວທາງ, ນະໂຍບາຍພັດທະນາປະເທດຊາດ, ການສຶກສາ-ບຳລຸງສ້າງ, ການຫັນເປັນດີຈີຕອນ.

ສ່ວນທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຢັ້ງຢືນລັດຖະບານລາວ ຈະສົມທົບກັບລັດຖະບານຫວຽດນາມ ຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດຢ່າງມີປະສິດທິພົນ, ຖືກຕາມລະດັບຄວາມຄືບໜ້າ, ແທດຈິງ ເພື່ອສະເຫຼີມສະຫຼອງບັນດາວັນບຸນສຳຄັນຂອງສອງພັກ, ສອງລັດ ໃນປີ 2025.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ