ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຝລັ່ງ ແມ່ນຈຸດພົ້ນເດັ່ນ
ທີ່ການພົບປະ, ການນຳສອງທ່ານ ໄດ້ປຶກສາຫາລືຢ່າງຮອບດ້ານກ່ຽວກັບການພົວພັນສອງຝ່າຍ ນັບແຕ່ຍົກລະດັບການພົວພັນລະຫວ່າງສອງປະເທດໃນເດືອນຕຸລາ ປີ 2024. ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ບາດກ້າວອັນພົ້ນເດັ່ນທີ່ບັນລຸໄດ້ໃນໄລຍະຜ່ານມາ; ຢັ້ງຢືນສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືດ້ານການເມືອງ-ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ-ການລົງທຶນ, ເສດຖະກິດທາງທະເລ, ການຮ່ວມມືພັດທະນາ ແລະການພົບປະແລກປ່ຽນປະຊາຊົນ, ການສຶກສາ-ກໍ່ສ້າງ, ຊຸກຍູ້ການລົງນາມໃນຂໍ້ຕົກລົງຮ່ວມມືສຳຄັນໃນຫຼາຍຂົງເຂດ. ສອງຝ່າຍເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືໃນຂົງເຂດຫັນປ່ຽນພະລັງງານ; ຝລັ່ງ ໜູນຊ່ວຍ ຫວຽດນາມ ໃນຂອບເຂດສາຍພົວພັນຄູ່ຮ່ວມມືຫັນເປັນພະລັງງານຢ່າງມີຄວາມຍຸຕິທໍາ (JETP); ເປີດກວ້າງໄປສູ່ການຮ່ວມມືດ້ານພະລັງງານນິວເຄຼຍ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດ ແລະໝູນໃຊ້ນິວເຄຼຍເພື່ອເປົ້າໝາຍສັນຕິພາບ; ສູ້ຊົນໃຫ້ມີບັນດາໂຄງການຈຸດສຸມທີ່ເປັນສັນຍາລັກໃໝ່ແຫ່ງການຮ່ວມມືລະຫວ່າງສອງປະເທດໃນສັງກາດພັດທະນາໃໝ່ຂອງຫວຽດນາມ. ການນຳສອງທ່ານກໍ່ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດທີ່ທັງສອງຝ່າຍມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ຝລັ່ງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ, ຄື: ພື້ນຖານໂຄງລ່າງຍຸດທະສາດ, ການຄົມມະນາຄົມຕົວເມືອງ ແລະທາງລົດໄຟ... ເພື່ອຕອບສະໜອງເປົ້າໝາຍໃນສັງກາດໃໝ່, ສັງກາດແຫ່ງການພັດທະນາທີ່ຈະເລີນຮຸ່ງເຮືອງຂອງປະເທດຫວຽດນາມ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະກັບທ່ານ Emmanuel Macron ປະທານາທິບໍດີຝລັ່ງ. ພາບ: qdnd.vn |
ທ່ານ Emmanuel Macron ປະທານາທິບໍດີຝລັ່ງ ຊົມເຊີຍ ຫວຽດນາມ ບັນລຸໄດ້ຜົນງານສຳຄັນໃນການພັດທະນາເສດຖະກິດ - ສັງຄົມ ແລະເຊື່ອມໂຍງເຂົ້າກັບສາກົນ, ຢັ້ງຢືນບົດບາດ ແລະ ທີ່ຕັ້ງສຳຄັນໃນພາກພື້ນ ແລະໃນເວທີສາກົນ; ຢືນຢັນວ່າ ຝລັ່ງ ຍາມໃດກໍ່ປາດຖະໜາຢາກເພີ່ມທະວີການຮ່ວມມືໃນທຸກຂົງເຂດກັບ ຫວຽດນາມ, ສອດຄ່ອງກັບລັກສະນະ ແລະຄວາມສໍາຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ຕີລາຄາສູງບັນດາຄຳໝັ້ນສັນຍາສາກົນຂອງຫວຽດນາມ ທີ່ບັນດາກົນໄກຫຼາຍຝ່າຍ; ຢືນຢັນວ່າ ຝລັ່ງ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະຮ່ວມເດີນທາງກັບ ຫວຽດນາມ ໃນການຜັນຂະຫຍາຍຄຳໝັ້ນສັນຍາດັ່ງກ່າວ.
    |
 |
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ບົນພື້ນຖານທ່າໄດ້ປຽບທີ່ມີຢູ່ແລ້ວ, ທ່ານ ໂຕເລິມ ແລະທ່ານ Emmanuel Macron ໄດ້ເຫັນດີເປັນເອກະສັນຈະຮ່ວມມືອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳໂດຍຜ່ານການແລກປ່ຽນບົດຮຽນໃນຂົງເຂດອະນຸລັກຮັກສາມໍລະດົກ, ກິດຈະກຳເຄື່ອນໄຫວຫໍພິພິທະພັນ, ສິລະປະຮູບເງົາ, ການຮ່ວມມື ແລະໜູນຊ່ວຍ, ແບ່ງປັນເອກະສານກ່ຽວກັບມໍລະດົກວັດທະນະທຳຫວຽດນາມ, ການຮ່ວມມືບຳລຸງສ້າງນັກສິລະປິນ ແລະນັກສະແດງ... ເສີມຂະຫຍາຍມູນເຊື້ອການຮ່ວມມືທີ່ມີມາແຕ່ດົນນານ, ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດສາທາລະນະສຸກ ເພື່ອເປົ້າໝາຍຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ.
ຝລັ່ງ ມີທີ່ຕັ້ງສຳຄັນໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ
ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານ Emmanuel Macron ປະທານາທິບໍດີຝລັ່ງ ແລະພັນລະຍາ ທີ່ພວມມີການຢ້ຽມຢາມທາງລັດຖະກິດຫວຽດນາມ. ພາຍຫຼັງພິທີຕ້ອນຮັບ, ການນໍາສອງທ່ານໄດ້ດໍາເນີນການເຈລະຈາ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Emmanuel Macron ປະທານາທິບໍດີຝລັ່ງ. ພາບ: qdnd.vn |
ການນຳສອງທ່ານໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງແຕ່ລະປະເທດ; ຕີລາຄາກ່ຽວກັບບາດກ້າວພັດທະນາຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ; ແລກປ່ຽນ, ເຫັນດີທິດທາງການຮ່ວມມືສຳຄັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ເພີ່ມທະວີການແລກປ່ຽນ, ການພົບປະລະຫວ່າງຄະນະຜູ້ແທນທຸກຂັ້ນ ແລະໃນທຸກຊ່ອງທາງ; ຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ຄົ້ນຄວ້າສ້າງກົນໄກຮ່ວມມືໃໝ່; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສສາກົນ ແລະພາກພື້ນ; ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງທີ່ໄດ້ລົງນາມໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ການນຳສອງທ່ານເຫັນດີຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນ; ຜັນຂະຫຍາຍ ແລະຂຸດຄົ້ນສັນຍາການຄ້າເສລີຫວຽດນາມ - ອີຢູ ໃຫ້ມີປະສິດທິຜົນ. ຝລັ່ງ ຈະຊຸກຍູ້ແນໃສ່ປະຕິບັດສໍາເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - ອີຢູ (EVIPA) ແລະ ຊຸກຍູ້ໃຫ້ຄະນະກຳມະການເອີລົບ (EC) ຍົກເລີກ “ບັດເຫຼືອງ” ກ່ຽວກັບການຕ້ານການຂຸດຄົ້ນສິນທະເລທີ່ຜິດກົດໝາຍ, ບໍ່ລາຍງານ ແລະບໍ່ຕາມຂໍ້ກໍານົດ (IUU) ສຳລັບປະເພດສິນຄ້າດັ່ງກ່າວຂອງຫວຽດນາມໂດຍໄວ, ອຳນວຍຄວາມສະດວກໃຫ້ ຫວຽດນາມ ເພີ່ມການສົ່ງອອກສິນໃນນໍ້າໄປຍັງຕະຫຼາດຝລັ່ງ ແລະ ອີຢູ.
    |
 |
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn |
ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ປັນຍາປະດິດ, ເຄິ່ງຊັກນໍາໄຟຟ້າ ແລະການຫັນປ່ຽນດີຈີຕອນ, ຊຸກຍູ້ການຖ່າຍທອດເຕັກໂນໂລຢີ ແລະເປັນເຈົ້າຂອງເຕັກໂນໂລຢີ, ລົງທຶນພັດທະນາພື້ນຖານໂຄງລ່າງດີຈີຕອນ. ການນຳສອງທ່ານໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດ, ຄື: ການສຶກສາ - ກໍ່ສ້າງ, ສາທາລະນະສຸກ, ຕຸລາການ, ວັດທະນະທຳ - ການທ່ອງທ່ຽວ, ກະສິກຳ ແລະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ສະເໜີໃຫ້ຝ່າຍຝລັ່ງ ສືບຕໍ່ໜູນຊ່ວຍໃນການຮ່ວມມືພັດທະນາຜ່ານການໜູນຊ່ວຍເງິນທຶນ ODA, ທຶນກູ້ຢືມບຸລິມະສິດຂອງລັດຖະບານໃຫ້ແກ່ບັນດາໂຄງການກ່ຽວກັບການເພີ່ມທະວີຄວາມສາມາດຕ້ານທານຕໍ່ກັບການປ່ຽນແປງຂອງດິນຟ້າອາກາດ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ໃນຂະແໜງພະລັງງານ.
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຢືນຢັນວ່າ ຫວຽດນາມ ຢຶດໝັ້ນຕໍ່ນະໂຍບາຍປ້ອງກັນຊາດ “4 ບໍ່”. ສອງຝ່າຍຢືນຢັນບົດບາດສຳຄັນຂອງລັດທິຫຼາຍຝ່າຍ, ໃນນັ້ນສະຫະປະຊາຊາດ ຮັກສາທີ່ຕັ້ງໃຈກາງ. ທ່ານປະທານາທິບໍດີ Emmanuel Macron ຢືນຢັນສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ. ສອງຝ່າຍເນັ້ນໜັກວ່າ UNCLOS ປີ 1982 ແມ່ນກອບນິຕິກຳຮອບດ້ານໃຫ້ແກ່ທຸກການເຄື່ອນໄຫວ ແລະການຮ່ວມມືຢູ່ທະເລ, ມະຫາສະໝຸດ; ຢືນຢັນຄືນໃໝ່ຄຳໝັ້ນສັນຍາຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະການບິນຢູ່ພາກພື້ນ; ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ສະໜັບສະໜູນທຸກຄວາມມານະພະຍາຍາມເພື່ອບັນລຸໄດ້ COC ໃຫ້ມີປະສິດທິຜົນໂດບໄວ, ແທດຈິງ, ຊອດຄ່ອງກັບກົດໝາຍສາກົນ, ເປັນຕົ້ນແມ່ນ UNCLOS ປີ 1982.
    |
 |
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານ Sébastien Lecornu ລັດຖະມົນຕີກະຊວງກອງທັບຝລັ່ງ ແລກປ່ຽນໜັງສືເຈດຈຳນົງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບກະຊວງກອງທັບຝລັ່ງ ວ່າດ້ວຍການເພີ່ມທະວີການຮ່ວມມືໃນຂົງເຂດປະກອບປ້ອງກັນຊາດ. ພາບ: qdnd.vn |
ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານປະທານາທິບໍດີ Emmanuel Macron ໄດ້ເປັນສັກຂີພິຍານພິທີມອບ-ຮັບເອກະສານຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ, ພະລັງງານນິວເຄຼຍ, ຕຸລາການ, ຄົມມະນາຄົມຂົນສົ່ງ, ການບິນອາວະກາດ, ກະສິກຳ, ສິ່ງແວດລ້ອມ, ສາທາລະນະສຸກ...; ພົບປະກັບສື່ມວນຊົນກ່ຽວກັບຜົນຂອງການເຈລະຈາ.
ການຮ່ວມມືລັດຖະສະພາປະກອບສ່ວນຕັ້ງໜ້າເຂົ້າໃນການປັບປຸງການພົວພັນຫວຽດນາມ - ຝລັ່ງ
ຕອນບ່າຍວັນທີ 26 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Emmanuel Macron ປະທານາທິບໍດີຝລັ່ງ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Emmanuel Macron ປະທານາທິບໍດີຝລັ່ງ ຢ້ຽມຊົມການວາງສະແດງຮູບພາບກ່ຽວກັບສາຍພົວພັນທາງການທູດລະຫວ່າງສອງປະທດ. ພາບ: qdnd.vn |
ທີ່ການພົບປະ, ທ່ານ Emmanuel Macron ຕີລາຄາສູງບົດບາດຂອງສະພາແຫ່ງຊາດຫວຽດນາມ ໃນການປັບປຸງການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານກັບຝລັ່ງ; ສະເໜີເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາສອງປະເທດ.
ຕອບສະໜອງຄຳສະເໜີຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທັງເໝິນ, ທ່ານ Emmanuel Macron ໃຫ້ຮູ້ວ່າ ຈະຊີ້ນຳບັນດາອົງການກ່ຽວຂ້ອງປະຕິບັດສໍາເລັດລະບຽບການເພື່ອໃຫ້ສັດຕະຍາບັນສັນຍາ EVIPA ໂດຍໄວ; ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມ ໃນການແກ້ໄຂ “ບັດເຫຼືອງ” IUU ແລະຈະແລກປ່ຽນກັບ EC ກ່ຽວກັບການພິຈາລະນາເລື່ອງຍົກເລີກ “ບັດເຫຼືອງ” IUU ສໍາລັບສິນທະເລທີ່ສົ່ງອອກຂອງຫວຽດນາມ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Emmanuel Macron ປະທານາທິບໍດີຝລັ່ງ. ພາບ: qdnd.vn |
ກ່ຽວກັບການຮ່ວມມືລັດຖະສະພາ, ສອງຝ່າຍຕີລາຄາສູງສາຍພົວພັນທີ່ແໜ້ນແຟ້ນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບລັດຖະສະພາຝລັ່ງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຝລັ່ງ; ເຫັນດີຮັກສາການແລກປ່ຽນຄະນະຜູ້ແທນ ແລະເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສຫຼາຍຝ່າຍ. ທ່ານປະທານາທິບໍດີ Emmanuel Macron ຕີລາຄາສູງປະຊາຄົມຊາວຫວຽດນາມ ອາໄສຢູ່ຝະລັ່ງ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ປະເທດປະຈໍາຖິ່ນ ແລະ ການພົວພັນລະຫວ່າງສອງປະເທດ; ເຫັນດີກັບຄຳສະເໜີຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທັງເໝິນ ກ່ຽວກັບການສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມເຊື່ອມໂຍງເຂົ້າກັບຝລັ່ງ ຢ່າງສຳເລັດຜົນ.
    |
 |
ບັນຍາກາດທີ່ການພົບປະ. ພາບ: qdnd.vn |
ກ່ຽວກັບບັນຫາສາກົນ ແລະພາກພື້ນ, ທ່ານປະທານາທິບໍດີ Emmanuel Macron ຕີລາຄາສູງບົດບາດໃຈກາງຂອງອາຊຽນ ແລະທີ່ຕັ້ງຂອງຫວຽດນາມ ໃນຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ ຂອງຝລັ່ງ; ຢັ້ງຢືນວ່າ ຝຣັ່ງ ຢຶດໝັ້ນສະໜັບສະໜູນຄວາມເສລີ, ຄວາມປອດໄພໃນການເດີນທະເລ, ອະທິປະໄຕຂອງບັນດາປະເທດ ໂດຍອີງໃສ່ກົດໝາຍສາກົນ. ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ເປັນຕົ້ນແມ່ນ UNCLOS ປີ 1982, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ.
ໂດຍ: ທູຈາງ