leftcenterrightdel
ທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະພັນລະຍາ ໄດ້ເດີນທາງມາຮອດຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ

ຕອນຄ່ຳວັນທີ 25 ພຶດສະພາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະພັນລະຍາໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 25 – 27 ພຶດສະພາ, ຕາມຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເລືອງເກື່ອງ.

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານ Emmanuel Macron ໃນຖານະຕຳແໜ່ງປະທານາທິບໍດີ ຝລັ່ງ. ການຢ້ຽມຢາມຫວຽດນາມ ກໍ່ແມ່ນປະເທດທຳອິດໃນການໄປປະຕິບັດງານຢູ່ 3 ປະເທດອາຊີຕາເວັນອອກສ່ຽງໃຕ້ຂອງທ່ານປະທານາທິບໍດີ Emmanuel Macron ແລະພັນລະຍາ, ລວມມີ: ຫວຽດນາມ, ອິນໂດເນເຊຍ ແລະສິງກະໂປ. ຕິດຕາມທ່ານປະທານາທິບໍດີ Emmanuel Macron ແລະພັນລະຍາ ໃນຄັ້ງນີ້ມີເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານໃນລັດຖະບານຝລັ່ງ. ຄາດວ່າ, ໃນການຢ້ຽມຢາມຄັ້ງນີ້, ຫວຽດນາມ ແລະຝລັ່ງ ຈະປຶກສາຫາລືໃນຫຼາຍຂົງເຂດ, ໂຄງການລະອຽດເພື່ອຊຸກຍູ້ບັນດາບຸລິມະສິດດ້ານເສດຖະກິດ - ການຄ້າ - ການລົງທຶນ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ນະວັດຕະກຳ, ວິທະຍາສາດເຕັກໂນໂລຊີ, ການສຶກສາບຳລຸງສ້າງ, ສາທາລະນະສຸກ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ