ທ່ານ Malaysia Anwar ຢືນຢັນວ່າ ຫວຽດນາມ ແມ່ນເພື່ອນມິດທີ່ສະໜິດສະໜົມ, ມີທີ່ຕ້ັງພິເສດໃນຫົວໃຈຂອງຕົນ ແລະປະຊາຊົນມາເລເຊຍ, ທ່ານຍັງສະແດງຄວາມນິຍົມນັບຖືກ່ຽວກັບກິດຈະການຕໍ່ສູ້ຍາດເອົາເອກະລາດຊາດຂອງຫວຽດນາມ, ກ່ຽວກັບປະທານໂຮ່ຈີມິນ ອີກດ້ວຍ;...

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແລະທ່ານ Malaysia Anwar ນາຍົກລັດຖະມົນຕີ ເປັນປະທານການປະຊຸມຂ່າວ. ພາບ: VGP

ຕາມທ່ານນາຍົກລັດຖະມົນຕີມາເລເຊຍ ແລ້ວ, ນາຍົກລັດຖະມົນຕີສອງທ່ານຫາກໍ່ມີການພົບປະສອງຝ່າຍປະສົບຜົນສໍາເລັດຫຼາຍຢ່າງ, ເຫັນດີເປັນເອກະພາບຊຸກຍູ້ການພົວພັນໃນຂົງເຂດຕ່າງໆດ້ວຍບັນດາໂຄງການ, ວຽກເຮັດທີ່ລະອຽດເພື່ອແນໃສ່ຫັນຂໍ້ຕົກລົງ ແລະກົນໄກຮ່ວມມືລະຫວ່າງສອງປະເທດສະບັບຕ່າງໆ ກໍ່ຄືໃນພາກພື້ນອາຊຽນ ປະກົດຜົນເປັນຈິງ. ໃນນັ້ນມີເລື່ອງສອງຝ່າຍສ້າງຕັ້ງຕາໜ່າງໄຟຟ້າ, ເຊື່ອມຕໍ່ຫວຽດນາມ-ມາເລເຊຍ ແລະອາຊຽນ.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ເນັ້ນໜັກຮຽກຮ້ອງເຊື່ອມຕໍ່ສອງພື້ນຖານເສດຖະກິດ, ພິເສດແມ່ນການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກໍາ ແລະຫັນປ່ຽນດີຈີຕອນ, ເຊື່ອມຕໍ່ຂໍ້ມູນຂ່າວສານລະຫວ່າງສອງປະເທດ ແລະທົ່ວອາຊຽນ. ພາບ: VGP

ສ່ວນທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ສອງຝ່າຍເຫັນດີເປັນເອກະພາບປະຕິບັດກອບໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2025-2030 ໂດຍໄວ... ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຂອງແຕ່ລະປະເທດ ແລະໃນພາກພື້ນ; ຊຸກຍູ້ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຮັບປະກັນມີຜົນສັກສິດ, ເນື້ຶອແທ້, ໂດຍອີງໃສ່ພື້ນຖານກົດໝາຍສາກົນ, ລວມມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ໃຫ້ຮູ້ວ່າເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມເອກະສານຮ່ວມມືສໍາຄັນບາງສະບັບ, ຕີລາຄາຂີດໝາຍຄວາມມານະພະຍາຍາມຂອງທັງສອງຝ່າຍ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ປາດຖະໜາຢາກເຊື່ອມຕໍ່ສອງພື້ນຖານ ເສດຖະກິດ ແລະເຊື່ອມຕໍ່ທົ່ວອາຊຽນ, ລວມມີການເຊື່ອມຕໍ່ວິສາຫະກິດ, ເຊື່ອມຕໍ່ປະຊາຊົນ, ເຊື່ອມຕໍ່ການສະໜອງ, ເຊື່ອມຕໍ່ອ່ອນນວນເພື່ອຮັກສາສະຖຽນລະພາບ, ສັນຕິພາບ, ການຮ່ວມມື, ພັດທະນາໃນພາກພື້ນຕາມທິດພັດທະນາຢ່າງວ່ອງໄວ ແລະຍືນຍົງ, ຮັບປະກັນຄວາມກ້າວໜ້າ, ຄວາມຍຸຕິທໍາທາງສັງຄົມ, ຮັບປະກັນສະຫວັດດີການສັງຄົມ, ບໍ່ປະໃຫ້ໃຜຕົກຢູ່ຂ້າງຫຼັງ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ແລະທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ ເປັນປະທານການປະຊຸມຂ່າວ. ພາບ: VGP

ກ່ອນໜ້ານັ້ນ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແລະທ່ານ Anwar Ibrahim ນາຍົກລັດຖະມົນຕີມອບເອກະສານຮ່ວມມືລະຫວ່າງສອງ ຝ່າຍສະບັບຕ່າງໆ, ຄື: ບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງກຸ່ມບໍລິສັດໄຟຟ້າຫວຽດນາມ ແລະກຸ່ມບໍລິສັດໄຟຟ້າມາເລເຊຍ; ໜັງສືເຈດຈໍານົງການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ແລະມະຫາວິທະຍາໄລແຫ່ງຊາດມາເລເຊຍ; ໜັງສືເຈດຈໍານົງການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະມະຫາວິທະຍາໄລແຫ່ງຊາດມາເລເຊຍ.

ໂດຍ: ໄຊນີດາ