ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ຫວູຮົ່ງແທງ ຮອງປະທານສະພາແຫ່ງຊາດ ໄດ້ຕີລາຄາສູງ ແລະສະໜັບສະໜູນບັນດາຫົວຂໍ້, ບຸລິມະສິດຂອງມາເລເຊຍ ໃນປີເປັນປະທານອາຊຽນ ແລະ AIPA, ໃນນັ້ນມີບັນດາບຸລິມະສິດກ່ຽວກັບການເຕີບໂຕກວມລວມ, ແບບຍືນຍົງ, ຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຂຸດຄົ້ນບັນດາກຳລັງໜູນເຕີບໂຕໃໝ່ບົນພື້ນຖານໝູນໃຊ້ການພັດທະນາຂອງວິທະຍາສາດ-ເຕັກໂນໂລຢີ...; ຢືນຢັນວ່າ ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະສົມທົບກັນຢ່າງແໜ້ນແຟ້ນກັບມາເລເຊຍ ເພື່ອຜັນຂະຫຍາຍບັນດາເປົ້າໝາຍ ແລະບຸລິມະສິດທີ່ໄດ້ວາງອອກປະສົບຜົນສໍາເລັດ.

leftcenterrightdel
ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມວາລະປະຊຸມກະກຽມໃຫ້ແກ່ການພົບປະລະຫວ່າງບັນດາການນໍາອາຊຽນ - AIPA ຄັ້ງທີ 14. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບຮ່າງສານຂອງປະທານ AIPA, ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີຂໍ້ສະເໜີ, ການປະກອບສ່ວນສຳຄັນຫຼາຍຢ່າງ. ຄະນະຜູ້ແທນຫວຽດນາມ ເນັ້ນໜັກວ່າ: ໃນສະພາບທີ່ອາຊຽນ ຫາກໍ່ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2045 ແລະບັນດາແຜນການຍຸດທະສາດ, ສ້າງຂອບເຂດການຮ່ວມມື ແລະເຊື່ອມຕໍ່ຢ່າງເລິກເຊິ່ງກວ່າໃຫ້ອາຊຽນ  ໃນໄລຍະໃໝ່, AIPA ຕ້ອງສົ່ງສານສະໜັບສະໜູນຢ່າງແຮງ ແລະໃຫ້ຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນ, ຮ່ວມເດີນທາງພ້ອມກັບລັດຖະບານ, ປະຊາຊົນບັນດາປະເທດອາຊຽນ ເພື່ອປະຕິບັດບັນດາເປົ້າໝາຍ, ບຸລິມະສິດຢ່າງມີໄຊ.

ຄະນະຜູ້ແທນຫວຽດນາມ ກໍ່ສະເໜີວ່າ ຕ້ອງສືບຕໍ່ໃຫ້ບຸລິມະສິດສູງຕໍ່ການຮັດແຄບຊ່ອງຫວ່າງການພັດທະນາ ແລະພັດທະນາອະນຸພາກພື້ນ, ໃນນັ້ນມີອະນຸພາກພື້ນແມ່ນ້ຳຂອງ. ໃນສະພາບການໂລກ ແລະພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ຄະນະຜູ້ແທນຫວຽດນາມ ໄດ້ສະເໜີໃຫ້ ອາຊຽນ ຮັກສາຄວາມສາມັກຄີ, ບົດບາດໃຈກາງ, ຍົກສູງການປະຕິບັດກົດໝາຍສາກົນ, ໃນນັ້ນ ມີ UNCLOS, ຜ່ານນັ້ນ ສືບຕໍ່ປະກອບສ່ວນແທດຈິງໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ.

ໂດຍ: ຈາງຫງວຽນ