ລາວ ຍາມໃດກໍ່ຄຽງບ່າຄຽງໄຫຼ່ກັບຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 25 ພຶດສະພາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະບັນດາກອງປະຊຸມສຸດສອດທີ່ກ່ຽວຂ້ອງຢູ່ Kuala Lumpur, ປະເທດມາເລເຊຍ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ.
ທີ່ການພົບປະ, ສອງຝ່າຍໄດ້ສະແດງຄວາມປີຕິຊົມຊື່ນເມື່ອການຮ່ວມມື ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງແຂງແຮງ, ມີປະສິດທິຜົນ ແລະເຂົ້າສູ່ລວງເລິກ, ແທດຈິງໃນທຸກຂົງເຂດການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະເສດຖະກິດ.
    |
 |
ທ່ານ ບຸຍແທງເຊີນ ຮອງນາຍົກລັດຖະມົນຕີ ມີການພົບປະສອງຝ່າຍກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ. ພາບ: baochinhphu.vn |
ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສ້າງກົນໄກ, ນະໂຍບາຍບຸລິມະສິດ ແລະສົ່ງເສີມການຄ້າສອງຝ່າຍ, ຍູ້ແຮງການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ພິເສດແມ່ນຄົມມະນາຄົມຂົນສົ່ງ, ພື້ນຖານໂຄງລ່າງ, ພ້ອມທັງຕັ້ງໜ້າຜັນຂະຫຍາຍບັນດາໂຄງການຕົ້ນຕໍ, ເປີດອອກໄລຍະຮ່ວມມືໃໝ່.
ສອງຝ່າຍຕີລາຄາສູງການຮ່ວມມື ແລະສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງກະຊວງການຕ່າງປະເທດໃນໄລຍະຜ່ານມາບົນພື້ນຖານຂໍ້ຕົກລົງຮ່ວມມືໄລຍະ 2021-2025; ເຫັນດີເປັນເອກະພາບສົມທົບກັນກວດກາຄືນ, ສ້າງຂໍ້ຕົກລົງຮ່ວມມືໃນໄລຍະຕໍ່ໄປ.
ສອງປະເທດເຫັນດີເປັນເອກະພາບຍູ້ແຮງການແລກປ່ຽນ, ຄົ້ນຄວ້າຍຸດທະສາດ ແລະການພົບປະແລກປ່ຽນເປັນປະຈຳລະຫວ່າງບັນດາກົມກອງຂອງສອງກະຊວງການຕ່າງປະເທດ; ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາກ່ຽວກັບມູນເຊື້ອການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ພິເສດແມ່ນລຸ້ນໜຸ່ມທາງການທູດຂອງສອງປະເທດ.
ໂດຍ: ຈາງຫງວຽນ