ຫວຽດນາມ - ລາວ - ກໍາປູເຈຍ ເພີ່ມທະວີການຮ່ວມສໍາພັນ 3 ພື້ນຖານເສດຖະກິດ, ນໍາການຮ່ວມມືເຂົ້າສູ່ລວງເລິກ
ກປ.ອອນໄລ - ຫວຽດນາມ - ລາວ - ກໍາປູເຈຍ ເຫັນດີເພີ່ມທະວີການເຊື່ອມຕໍ່ການຄົມມະນາຄົມ, ພັດທະນາການທ່ອງທ່ຽວຂ້າມຊາຍແດນ, ການຮ່ວມສໍາພັນເສດຖະກິດ ແລະການພົບປະແລກປ່ຽນປະຊາຊົນ.
ວັນທີ 25 ພຶດສະພາ, ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ມາເລເຊຍ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍ ແລະສາມຝ່າຍກັບທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະຮ່ວມມືສາກົນກຳປູເຈຍ ແລະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ.
    |
 |
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະ ແລະເຮັດວຽກກັບ ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະຮ່ວມມືສາກົນກຳປູເຈຍ ແລະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດລາວ. ພາບ: VGP |
ສາມຝ່າຍເຫັນດີ ຕີລາຄາສູງການພັດທະນາຢ່າງຕັ້ງໜ້າຂອງການພົວພັນຮ່ວມມືລະຫວ່າງສາມປະເທດຫວຽດນາມ - ລາວ - ກໍາປູເຈຍ ພາຍໃຕ້ການກໍານົດທິດຂອງການນຳ 3 ພັກ ແລະການຊີ້ນຳຂອງ 3 ນາຍົກລັດຖະມົນຕີ. ການຮ່ວມມືດ້ານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບສືບຕໍ່ແມ່ນເສົາຄ້ຳສຳຄັນ; ໃນຂະນະນັ້ນ, ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ-ກໍ່ສ້າງ ແລະການພົບປະແລກປ່ຽນປະຊາຊົນໄດ້ຮັບຮູ້ມີຄວາມຄືບໜ້າຫຼາຍຢ່າງ.
ບັນດາຝ່າຍຍັງໄດ້ຮັບຮູ້ບົດບາດທີ່ນັບມື້ນັບເລິກເຊິ່ງກວ້າງຂວາງຂອງກົນໄກຮ່ວມມືລະຫວ່າງສາມກະຊວງການຕ່າງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະຮັບປະກັນຄວາມໝັ້ນຄົງຂອງພາກພື້ນ. ພ້ອມກັນນັ້ນ, ກໍ່ເຫັນດີເພີ່ມທະວີການພົບປະຂັ້ນສູງ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມື, ພິເສດແມ່ນການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ການທ່ອງທ່ຽວ, ການບຳລຸງສ້າງພະນັກງານໜຸ່ມ, ຮັກສາຊາຍແດນສັນຕິພາບ, ສະຖຽນລະພາບ.
ການນຳກຳປູເຈຍ ແລະລາວ ຕີລາຄາສູງຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການຮັກສາກົນໄກພົບປະລະຫວ່າງ 3 ລັດຖະມົນຕີການຕ່າງປະເທດ ເພື່ອແບ່ງປັນທັດສະນະ ແລະຊຸກຍູ້ການຮ່ວມມືສາມຝ່າຍໃນສະພາບການພາກພື້ນ ແລະສາກົນມີການຜັນແປຢ່າງສັບສົນ.
ສາມຝ່າຍຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການຮ່ວມສໍາພັນສາມພື້ນຖານເສດຖະກິດ, ນໍາການພົວພັນຮ່ວມມືທີ່ນັບມື້ນັບແທດຈິງ, ມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ.
ໂດຍ: ໄຊຊະນະ