leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ Men Sam On ຮອງປະທານພັກປະຊາຊົນກໍາປູເຈຍ. ພາບ: ຫງວຽນຕ໊ວນ-ນາມແອັງ

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສົ່ງຄໍາຂອບໃຈມາຍັງພະບາດສົມເດັດພະບໍລົມມະນຽດກໍາປູເຈຍ Norodom Sihamoni, ປະທານ CPP, ປະທານສະພາສູງ Hun Sen ແລະການນຳຂັ້ນສູງກໍາປູເຈຍ ທີ່ໄດ້ສົ່ງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະສົ່ງຄະນະມາໄວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ, ສະແດງໃຫ້ເຫັນອາລົມຈິດ, ຄວາມສະໜິດຕິດພັນ ເຊິ່ງກໍາປູເຈຍ ມີຕໍ່ຫວຽດນາມ ແລະອະດີດປະທານປະເທດ ເຈິ່ນດຶກເລືອງ. ທ່ານປະທານປະເທດ ເລືອງເກື່ອງ ເຊື່ອໝັ້ນວ່າ ດ້ວຍພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມທີ່ໄດ້ຮັບການສ້າງຕັ້ງຈາກການນຳລຸ້ນຕ່າງໆ ແລະປະຊາຊົນສອງປະເທດ, ໃນນັ້ນມີບົດບາດຂອງອະດີດປະທານປະເທດ ເຈິ່ນດຶກເລືອງ, ການພົວພັນຫວຽດນາມ-ກໍາປູເຈຍ ຈະສືບຕໍ່ພັດທະນາແບບຍືນຍົງ ແລະນັບມື້ນັບມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານນາງ Men Sam On ຮອງປະທານພັກປະຊາຊົນກໍາປູເຈຍ. ພາບ: ຫງວຽນຕ໊ວນ-ນາມແອັງ

ສ່ວນທ່ານນາງ Men Sam On ຢືນຢັນວ່າ ກໍາປູເຈຍ ຍາມໃດກໍ່ຈະຈົດຈໍາ ແລະຕີລາຄາສູງການປະກອບສ່ວນອັນໃຫຍ່ຫຼວງຂອງອະດີດປະທານປະເທດ ເຈິ່ນດຶກເລືອງ ໃນການຊຸກຍູ້ການພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ ແລະປະຊາຊົນສອງປະເທດ.

ກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນຫວຽດນາມ-ກໍາປູເຈຍ ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕັ້ງໜ້າຜັນຂະຫຍາຍເນື້ອໃນ ເຊິ່ງການນຳຂັ້ນສູງສອງປະເທດເຫັນດີເປັນເອກະພາບທີ່ການພົບປະລະຫວ່າງຜູ້ນຳຂອງທັງ 3 ພັກຫວຽດນາມ-ກໍາປູເຈຍ-ລາວ ໃນເດືອນ ກຸມພາ 2025 ແລະເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຫວຽດນາມ ຜ່ານມາ. ສອງຝ່າຍກໍ່ຍົກໃຫ້ເຫັນຄວາມສໍາຄັນຂອງຄຸນຄ່າມູນເຊື້ອ, ຄວາມສາມັກຄີສະໜິດຕິດພັນ ແລະການເສຍສະຫຼະຊີວິດໃຫ້ກັນລະຫວ່າງຫວຽດນາມ-ກໍາປູເຈຍ ແລະຫວຽດນາມ-ກໍາປູເຈຍ-ລາວ. ທ່ານນາງ Men Sam On ອວຍພອນບັນດາຜົນງານແຫ່ງການພັດທະນາຂອງຫວຽດນາມ ແລະເຊື່ອໝັ້ນຢ່າງແນ່ນອນວ່າ ຫວຽດນາມ ຈະບັນລຸໄດ້ເປົ້າໝາຍເຊິ່ງພັກ ແລະລັດຫວຽດນາມ ວາງອອກ.

ໂດຍ: ເຈິ່ນຮວ່ຽນ