leftcenterrightdel
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີໄວ້ອາໄລເຖິງດວງວິນຍານຂອງສະຫາຍ ເຈິ່ນດຶກເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຂຽນປຶ້ມໄວ້ອາໄລ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື້ອໃນລະບຸວ່າ: “ຂ້າພະເຈົ້າ ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແລະສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງສະຫາຍ ເຈິ່ນດຶກເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ, ຜູ້ນໍາທີ່ດີເດັ່ນຂອງພັກ, ລັດ ແລະປະຊາຊົນຫວຽດນາມອ້າຍນ້ອງ, ທັງເປັນເພື່ອນສະຫາຍ ທີ່ໃກ້ຊິດສະໜິດສະໜົມຂອງພັກ, ລັດ ແລະປະຊາຊົນລາວ.

ພວກຂ້າພະເຈົ້າ ຂໍສັນລະເສີນ ແລະຈົດຈໍາຜົນງານ, ຄຸນງາມຄວາມດີຂອງສະຫາຍ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ ແລະຫວຽດນາມ ຕະຫຼອດມາ.

ໃນທ່າມກາງຄວາມໂສກເສົ້າເສຍດາຍນີ້, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະແບ່ງເບົາຄວາມທຸກໂສກມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ແນວໂຮມປະເທດຊາດຫວຽດນາມ ແລະປະຊາຊົນຫວຽດນາມອ້າຍນ້ອງ ກໍຄື ຄອບຄົວ, ຍາດຕິພີ່ນ້ອງຂອງສະຫາຍ ເຈິ່ນດຶກເລືອງ ມານະໂອກາດນີ້ດ້ວຍ.

ໂດຍ: ກວຽດເຕິມ