ນີ້ແມ່ນການຢ້ຽມຢາມມາເລເຊຍ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ພາຍຫຼັງ 10 ປີ, ພ້ອມທັງເປັນການຢ້ຽມຢາມ ມາເລເຊຍ ຄັ້ງທຳອິດຂອງການນຳຫຼັກແຫຼ່ງຫວຽດນາມ ພາຍຫຼັງສອງປະເທດຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ພະຈິກ 2024. ໃນໄລຍະຜ່ານມາ, ການພົວພັນ ຫວຽດນາມ - ມາເລເຊຍ ໄດ້ມີການພັດທະນາອັນດີງາມໃນບັນດາຂົງເຂດຢ່າງບໍ່ຢຸດຢັ້ງ. ບັນດາການເຄື່ອນໄຫວພົບປະຂັ້ນສູງ ແລະທຸກຂັ້ນ ກໍ່ຄືກົນໄກຮ່ວມມືສອງຝ່າຍໄດ້ຮັບການຮັກສາຈາກຫວຽດນາມ ແລະ ມາເລເຊຍ ຢ່າງມີປະສິດທິຜົນ. ພັກກອມມູນິດຫວຽດນາມ ມີການພົວພັນທີ່ດີງາມກັບບັນດາພັກການເມືອງໃຫຍ່ຂອງມາເລເຊຍ ເຊັ່ນ ພັກຍຸຕິທຳປະຊາຊົນ (PKR) ໂດຍແມ່ນທ່ານ Anwar Ibrahim ນາຍົກລັດຖະມົນຕີ ນຳໜ້າ ແລະພັກ UMNO ເຊິ່ງປະຈຸບັນເປັນພັກກຳອຳນາດຂອງລັດຖະບານ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະພັນລະຍາ. ພາບ: vov.vn |
ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບສູງ, ສອງປະເທດສືບຕໍ່ປັບປຸງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຄຽງຄູ່ກັນນັ້ນ, ຫວຽດນາມ ແລະ ມາເລເຊຍ ແມ່ນຄູ່ຮ່ວມມືເສດຖະກິດແຖວໜ້າຂອງກັນໃນ ອາຊຽນ ດ້ວຍວົງເງິນການຄ້າສອງສົ້ນບັນລຸກວ່າ 14,2 ຕື້ ໂດລາສະຫະລັດ ໃນປີ 2024, ເພີ່ມຂຶ້ນກວ່າ 12% ເມື່ອທຽບໃສ່ປີ 2023. ການຮ່ວມມືໃນຂົງເຂດອື່ນ, ຄື: ແຮງງານ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນກໍ່ໄດ້ຮັບຜົນງານທີ່ຕັ້ງໜ້າຫຼາຍຢ່າງ. ໃນຖານະທີ່ເປັນສະມາຊິກສຳຄັນຂອງອາຊຽນ, ຫວຽດນາມ ແລະ ມາເລເຊຍ ພວມຕັ້ງໜ້າສົມທົບກັບບັນດາປະເທດສະມາຊິກອື່ນຢ່າງບໍ່ຢຸດຢັ້ງເພື່ອເພີ່ມທະວີຄວາມສາມັກຄີ, ເສີມຂະຫຍາຍບົດບາດໃຈກາງຂອງສະມາຄົມ, ຮ່ວມແຮງຮ່ວມໃຈກໍ່ສ້າງປະຊາຄົມອາຊຽນ ໃຫ້ກາຍເປັນກຳລັງໜູນຕົ້ນຕໍໃນໂຄງປະກອບພາກພື້ນທີ່ໃຫຍ່ກວ່າ. ສອງປະເທດກໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນຢູ່ ສະຫະປະຊາຊາດ ແລະເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ - ປາຊີຟິກ (APEC)...
ໃນຂະນະນັ້ນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງແມ່ນບັນດາກອງປະຊຸມສຸດຍອດຄັ້ງທຳອິດໃນການເປັນປະທານອາຊຽນ 2025 ຂອງມາເລເຊຍ. ບັນດາກອງປະຊຸມຂັ້ນສູງໄດ້ດໍາເນີນໄປຖືກກັບເວລາທີ່ອາຊຽນ ພວມເຂົ້າສູ່ປີທ້າຍຂອງການຜັນຂະຫຍາຍບັນດາແຜນການສັງລວມກໍ່ສ້າງປະຊາຄົມອາຊຽນ 2025, ສໍາເລັດວິໄສທັດປະຊາຄົມອາຊຽນ 2045 ແລະບັນດາຍຸດທະສາດຮ່ວມມືຢ່າງຮີບດ່ວນ, ກໍານົດຂອບເຂດເຊື່ອມຕໍ່ຢ່າງເລິກເຊິ່ງກວ້າງຂວາງກວ່າໃຫ້ອາຊຽນ ໃນໄລຍະໃໝ່. ຕໍ່ໜ້າຜົນກະທົບຂອງການປ່ຽນແປງຢ່າງເລິກເຊິ່ງກວາງຂວາງ, ສັບສົນຂອງພາກພື້ນ ແລະໂລກ, ອາຊຽນ ມານະພະຍາຍາມຮັກສາຄວາມສາມັກຄີ, ບົດບາດເປັນໃຈກາງ, ຮັກສາທ່າຮ່ວມມືພາຍໃນພາກພື້ນ ແລະນອກພາກພື້ນ, ຍົກສູງກຳລັງຄວາມສາມາດຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ, ຮັບປະກັນການກະທຳດຸ່ນດ່ຽງໃນບັນດາບັນຫາສາກົນ ແລະພາກພື້ນ. ຫົວຂໍ້ “ກວມລວມ ແລະຍືນຍົງ” ໃນປີເປັນປະທານອາຊຽນ 2025 ຂອງມາເລເຊຍ ໄດ້ສະແດງໃຫ້ເຫັນເຖິງຄວາມຕໍ່ເນື່ອງໃນຂະບວນການກໍ່ສ້າງປະຊາຄົມ, ໂດຍມີບຸລິມະສິດກ່ຽວກັບການຮ່ວມມືດ້ານເສດຖະກິດ, ຊຸກຍູ້ໃຫ້ອາຊຽນ ກໍານົດຂອບເຂດໃໝ່ຢ່າງວ່ອງໄວ, ສວມບົດບາດນຳໜ້າໃນການປັບຕົວເຂົ້າກັບທ່າອ່ຽງໃຫຍ່ ແລະເປັນເຈົ້າການຮັບມືກັບການຜັນແປຈາກພາຍນອກ. ສະນັ້ນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຈຶ່ງເປັນໂອກາດເພື່ອໃຫ້ບັນດາການນໍາໄດ້ແລກປ່ຽນ, ຕີລາຄາ ແລະກໍານົດທິດຍຸດທະສາດເພື່ອເພີ່ມທະວີການຮ່ວມມື, ຮັກສາທ່າກໍ່ສ້າງປະຊາຄົມອາຊຽນ, ຍົກສູງກໍາລັງຄວາມສາມາດຮັບມື, ປັບຕົວ ແລະສົມທົບກັນກະທຳເພື່ອປະເຊີນໜ້າກັບສິ່ງທ້າທາຍໃໝ່.
ສຳລັບ ຫວຽດນາມ, ອາຊຽນ ຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດອັນດັບໜຶ່ງໃນນະໂຍບາຍການພົວພັນຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະເສດຖະກິດ. ເສັ້ນທາງພັດທະນາຂອງຫວຽດນາມ ໃນຂະບວນການປ່ຽນແປງໃໝ່, ການເຊື່ອມໂຍງຍາມໃດກໍ່ຕິດພັນກັບອາຊຽນ ແລະບັນລຸໄດ້ຜົນງານສຳຄັນຫຼາຍຢ່າງໃນການພົວພັນທີ່ແໜ້ນແຟ້ນນີ້. ກົງກັນຂ້າມ, ໃນເກືອບ 3 ທົດສະວັດຂອງການເຂົ້າຮ່ວມ “ຊາຍຄາລວມ”, ຫວຽດນາມ ຍາມໃດກໍ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ປະກອບສ່ວນເພື່ອອາຊຽນ ສາມັກຄີ, ເຂັ້ມແຂງ, ມີບົດບາດ ແລະທີ່ຕັ້ງນັບມື້ນັບສູງໃນພາກພື້ນ ແລະໃນໂລກ.
ໃນສະພາບການຄືດັ່ງກ່າວ, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ເປັນການຢືນຢັນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ ແລະລັດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຕໍ່ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ອາຊຽນ, ໃນນັ້ນມີ ມາເລເຊຍ, ສະແດງໃຫ້ເຫັນການສະໜັບສະໜູນຂອງ ຫວຽດນາມ ໃຫ້ມາເລເຊຍ ໃນຖານະເປັນປະທານອາຊຽນ 2025, ພ້ອມທັງສົ່ງສານກ່ຽວກັບຫວຽດນາມ ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ ແລະປະກອບສ່ວນຄວາມຮັບຜິດຊອບກັບມາເລເຊຍ ແລະບັນດາປະເທດສະມາຊິກກໍ່ສ້າງປະຊາຄົມອາຊຽນ “ກວມລວມ ແລະຍືນຍົງ”, ສາມັກຄີ, ເຂັ້ມແຂງ, ຮັກສາບົດບາດໃຈກາງໃນໂຄງປະກອບພາກພື້ນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.
ໂດຍ: ຈາງຫງວຽນ