leftcenterrightdel
ທ່ານ ດິງຕວ່ານຖັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝລັ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ ດິງຕວ່ານຖັ໊ງ ແລ້ວ, ເລື່ອງຍົກລະດັບການພົວພັນຫວຽດນາມ-ຝລັ່ງ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເມື່ອເດືອນ ຕຸລາ 2024 ແມ່ນເຫດການທີ່ມີຄວາມໝາຍປະຫວັດສາດ, ແມ່ນຂີດໝາຍເສົາຄໍ້າອັນໃຫຍ່ຫຼວງພາຍຫຼັງກວ່າ 50 ປີທີ່ສອງປະເທດສ້າງຕ້ັງການພົວພັນທາງການທູດ ແລະ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ. ເລື່ອງຍົກລະດັບນີ້ໄດ້ສ້າງພື້ນຖານສໍາຄັນໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງແຂງແຮງ, ເລິກເຊິ່ງ ແລະມີປະສິດທິຜົນ.

ລາຍລະອຽດ, ໃນຂົງເຂດການເມືອງ-ການທູດ, ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: “ການແລກປ່ຽນລະຫວ່າງສອງປະເທດເພີ່ມຂຶ້ນຢ່າງແຂງແຮງ ແລະຮັດແໜ້ນກວ່າ, ກົນໄກການຮ່ວມມືໄດ້ເປີດກວ້າງຄືການຈັດຕ້ັງວາລະເຈລະຈາກ່ຽວກັບທະເລຄັ້ງທໍາອິດລະຫວ່າງສອງກະຊວງການຕ່າງປະເທດ”. ພິເສດ, ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ສອງປະເທດໄດ້ ແລະພວມເພີ່ມທະວີການສົມທົບ ແລະຮ່ວມມືກັນໃນບັນດາບັນຫາທົ່ວໂລກ.

ກ່ຽວກັບຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທ່ານເອກອັກຄະລັດຖະທູດ ຕີລາຄາວ່າ ນີ້ສືບຕໍ່ຖືວ່າແມ່ນເສົາຄໍ້າສໍາຄັນໃນການ ພົວພັນຍຸດທະສາດຮອບດ້ານ, ສະແດງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງສອງປະເທດ.

ເມື່ອເຕື້ອງເຖິງຂົງເຂດເສດຖະກິດ-ການຄ້າ, ທ່ານເອກອັກຄະລັດຖະທູດ ຮັບຮູ້ການເອົາໃຈໃສ່ທີ່ນັບມື້ນັບເພີ່ມຂຶ້ນຈາກບັນດາຄູ່ຮ່ວມມື, ວິສາຫະກິດຝລັ່ງ ຕໍ່ກັບການຮ່ວມມືກັບຫວຽດນາມ. ອົງການພັດທະນາຝລັ່ງ (AFD) ພວມຊຸກຍູ້ຫຼາຍໂຄງການໃໝ່ກັບຫວຽດນາມ, ໃນນັ້ນມີບັນດາໂຄງການທີ່ກ່ຽວຂ້ອງເຖິງການພັດທະນາພະລັງງານສະອາດ ແລະຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ຫວຽດນາມ.

ກ່ຽວກັບການຮ່ວມມືການແພດ, ທ່ານເອກອັກຄະລັດຖະທູດ ຕີລາຄາວ່າການພົວພັນຮ່ວມມືນີ້ພວມນັບມື້ນັບຢັ້ງຢືນບົດບາດສໍາຄັນ ແລະກາຍເປັນຈຸດພົ້ນເດັ່ນໃນການພົວພັນຫວຽດນາມ-ຝລັ່ງ, ດ້ວຍການຊຸກຍູ້ການຮ່ວມມືຜະລິດວັກຊິນບາງປະເພດຢູ່ຫວຽດນາມ ລະຫວ່າງສູນສັກວັກຊິນ VNVC ແລະກຸ່ມບໍລິສັດ Sanofi ໄດ້ດໍາເນີນພາຍຫຼັງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ.

ເມື່ອໄດ້ຖາມກ່ຽວກັບບົດບາດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ຝລັ່ງ, ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ: “ປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ, ດ້ວຍປະຫວັດສາດສ້າງຕັ້ງ ແລະພັດທະນາມາແຕ່ດົນນານ, ຍາມໃດກໍ່ສະໜິດຕິດພັນ ແລະອວ່າຍໜ້າເມືອຫາປະເທດຊາດ, ສືບຕໍ່ສວມບົດບາດສໍາຄັນຍິ່ງ ຄືເປັນຂົວຕໍ່ຢ່າງໝັ້ນແກ່ນໃນການພົວພັນລະຫວ່າງສອງປະເທດ ຄືໃນປະຈຸບັນ...”.

ເມື່ອເຕື້ອງເຖິງປັດໄຈສະດວກໃຫ້ແກ່ການພັດທະນາການພົວພັນຫວຽດນາມ-ຝລັ່ງ, ທ່ານເອກອັກຄະລັດຖະທູດ ໄດ້ໄຈ້ແຍກ 4 ປັດໄຈຕົ້ນຕໍ. ທີໜຶ່ງ, ປັດໄຈໃໝ່ຈາກເລື່ອງຍົກລະດັບການພົວພັນສອງປະເທດຂຶ້ນເປັນລະດັບຍຸດທະສາດຮອບດ້ານພວມເປີດຂົງເຂດຮ່ວມມືຢ່າງກວ້າງຂວາງກວ່າ, ເລິກເຊິ່ງກວ່າ, ສຸມໃສ່ເຂົ້າໃນຂົງເຂດບຸລິມະສິດ ແລະມີລັກສະນະຍຸດທະສາດ, ສອດຄ່ອງກັບຜົນປະໂຫຍດ ແລະຄວາມສາມາດບົ່ມຊ້ອນຂອງທັງຫວຽດນາມ ແລະຝລັ່ງ. ບັນດາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນລະຫວ່າງສອງປະເທດພວມສືບຕໍ່ສ້າງເງື່ອນໄຂຜັນຂະຫຍາຍ ແລະຂຸດຄົ້ນການຕັດສິນໃຈທາງການເມືອງນີ້.

ທີສອງ, ໃນໂລກໜຶ່ງທີ່ພວມມີການຜັນແປຫຼາຍຢ່າງຄືໃນປະຈຸບັນ, ສອງປະເທດສືບຕໍ່ແບ່ງປັນຄວາມຄ້າຍຄືກັນກ່ຽວກັບວິໄສທັດໃນຫຼາຍບັນຫາສໍາຄັນ. ນັ້ນແມ່ນຕ້ອງເພີ່ມທະວີການຮ່ວມມືເພື່ອນຳມາເຊິ່ງຄວາມວັດທະນາຖາວອນລວມ;...

ທີສາມ, ສອງປະເທດສືບຕໍ່ມີຫຼາຍທ່າແຮງ ເພື່ອກະທົບເຊິ່ງກັນ ແລະກັນ, ສ້າງເງື່ອນໄຂ, ໜູນຊ່ວຍກັນໃນການປະຕິບັດບັນດາຍຸດທະສາດ ພັດທະນາ ແລະຍົກສູງທີ່ຕ້ັງຂອງແຕ່ລະປະເທດ. ບັນດາວິສາຫະກິດ, ກຸ່ມບໍລິສັດຝລັ່ງ ມີທ່າແຮງກ່ຽວກັບເຕັກໂນໂລຢີສູງ, ພະລັງງານ, ພື້ນຖານໂຄງລ່າງ, ການແພດ, ການຢາ,...

ທີສີ່, ບັນດາປັດໄຈທັງໝົດທີ່ເປັນມູນເຊື້ອຍັງແມ່ນພື້ນຖານສໍາຄັນໃຫ້ແກ່ການຮັກສາ ແລະຮັດແໜ້ນການພົວພັນລະຫວ່າງສອງປະເທດ, ຈາກການແບ່ງປັນປະຫວັດສາດ ແລະວັດທະນະທໍາອັນເລິກເຊິ່ງ, ຈາກການໃກ້ຊິດສະໜິດສະໜົມ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງຊາດ, ຈົນເຖິງການເຄື່ອນໄຫວຢ່າງຕັ້ງໜ້າຂອງປະຊາຄົມຫວຽດນາມ ແລະເພື່ອນມິດຂອງຫວຽດນາມ ຢູ່ຝລັ່ງ...

ເພື່ອຜ່ານຜ່າສິ່ງທ້າທາຍຕ່າງໆເຫຼົ່ານີ້, ທ່ານເອກອັກຄະລັດຖະທູດ ໄດ້ສະເໜີ 4 ມາດຕະການລະອຽດ. ໜຶ່ງແມ່ນເພີ່ມທະວີການເຈລະຈາ ແລະເຂົ້າໃຈເຊິ່ງກັນ ແລະກັນ. ສອງຝ່າຍຕ້ອງຍູ້ແຮງການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາຊ່ອງທາງການເຈລະຈາສອງຝ່າຍໃນຂົງເຂດຕ່າງໆຄື ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວິທະຍາສາດ ແລະເຕັກໂນໂລຢີຢ່າງມີປະສິດທິຜົນ... ສິ່ງດັ່ງກ່າວນີ້ຊ່ວຍແກ້ໄຂຂໍ້ຕິດຂັດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າໃຈກ່ຽວກັບບຸລິມະສິດຂອງແຕ່ລະປະເທດໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານໄດ້ຢ່າງທັນການ.

ສອງຝ່າຍ, ສຸມໃສ່ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ມີລັກສະນະເພີ່ມເຕີມໃຫ້ກັນ ແລະຍຸດທະສາດ. ຕາມທ່ານເອກອັກຄະລັດຖະທູດແລ້ວ ສອງຝ່າຍຄວນໃຫ້ບຸລິມະສິດການຮ່ວມມືໃນບັນດາຂົງເຂດເຊິ່ງສອງຝ່າຍມີທ່າແຮງ ແລະມີຄວາມຕ້ອງການ, ພິເສດແມ່ນຂົງເຂດທີ່ເປັນເສົາຄໍ້າ ຫຼື ມີຄວາມສາມາດບົ່ມຊ້ອນເຕີບໂຕສູງຄື ເຕັກໂນໂລຢີສູງ, ພະລັງງານສະອາດ ແລະພະລັງງານນິວເຄຼີຍ, ການຫັນປ່ຽນດີຈີຕອນ, ການແພດ, ການສຶກສາ ແລະພື້ນຖານໂຄງລ່າງຍຸດທະສາດ. ສາມແມ່ນ, ເສີມຂະຫຍາຍການໜູນຊ່ວຍນະໂຍບາຍທີ່ແຕກຕ່າງກັນໃຫ້ເປັນຢ່າງດີ, ຈາກຜົນກະທົບຂອງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດລວມຢູ່ຫວຽດນາມ ໃນປະຈຸບັນຈົນເຖິງເລື່ອງຝລັ່ງ ສະແດງໃຫ້ເຫັນທີ່ຕັ້ງຂອງຕົນເພື່ອໜູນຊ່ວຍຫວຽດນາມ ເຂົ້າເຖິງແຫຼ່ງກໍາລັງດ້ານການເງິນ, ເຕັກໂນໂລຢີສາກົນທີ່ຈໍາເປັນໃຫ້ແກ່ການພັດທະນາ. ສີ່ແມ່ນສືບຕໍ່ປຸກລະດົມບົດບາດຂອງທຸກພາກສ່ວນໃນການພົວພັນຫຼາຍຂັ້ນຂອງການພົວພັນຫວຽດນາມ-ຝລັ່ງ ໃຫ້ເປັນຢ່າງດີ, ໃນນັ້ນບໍ່ພຽງແຕ່ມີຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການເທົ່ານັ້ນຫາກຍັງແມ່ນຂອງປະຊາຄົມວິສາຫະກິດສອງປະເທດ, ບັນດາສະຫະສະມາຄົມຂະແໜງອາຊີບ, ປະຊາຄົມຊາວຫວຽດນາມ ແລະເພື່ອນມິດ, ອໍາການການປົກຄອງທຸກຂັ້ນທີ່ແຕກຕ່າງກັນຂອງຝລັ່ງ ອີກດ້ວຍ.

ກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ ທີ່ຈະມາເຖິງນີ້, ທ່ານ ດິງຕວ່ານຖັ໊ງ ໃຫ້ຂໍ້ສັງເກດວ່າ: “ການຢ້ຽມຢາມຫວຽດນາມ ທີ່ຈະມາເຖິງຂອງທ່ານ Emmanuel Macron ປະທານາທິບໍດີຝລັ່ງ ແມ່ນເຫດການທີ່ມີຄວາມໝາຍສໍາຄັນພິເສດຕໍ່ກັບການພົວພັນສອງຝ່າຍ, ພິເສດແມ່ນພາຍຫຼັງທີ່ສອງປະເທດໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ການຢ້ຽມຢາມສະແດງໃຫ້ເຫັນການຖືເປັນສໍາຄັນ ແລະໃຫ້ຄໍາໝັ້ນສັນຍາຢ່າງແຂງແຮງຂອງການນໍາຂັ້ນສູງຝລັ່ງ ຕໍ່ກັບການປັບປຸງ ແລະພັດທະນາການພົວພັນກັບຫວຽດນາມ, ນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເຂົ້າສູ່ເນື້ອແທ້ ແລະມີປະສິດທິຜົນ. ນີ້ແມ່ນກາລະໂອກາດສຸດຍອດ ເພື່ອໃຫ້ການນໍາສອງປະເທດພ້ອມກັນເຫັນດີເປັນເອກະພາບຕໍ່ບາດກ້າວເດີນໃໝ່ ເພື່ອຫັນບັນດາຂອບເຂດທີ່ໄດ້ວາງອອກໃນຄູ່ຮ່ວມມືຍຸດທະສາດຮອບດ້ານເປັນລະອຽດ”.

ໂດຍ: ໄຊນີດາ