ກະກຽມໄປບ່ອນທີ່ຫຍຸ້ງຍາກລຳບາກ

ນັກຂ່າວ: ໂດຍແມ່ນກົມກອງສືບທອດມູນເຊື້ອຂອງທະຫານເຈື່ອງເຊີນ, ຄຸນທາດທະຫານລຸງໂຮ່, ສະນັ້ນທະຫານເຈື່ອງເຊີນ ໄດ້ສ້າງເອກະລັກສະເພາະຂອງທະຫານແມ່ທັບນ້ອຍ 12 ໃນແນວຮົບອອກແຮງງານທຳການຜະລິດຄືແນວໃດ, ຂໍຮຽນທ່ານ?

ທ່ານພົນຈັດຕະວາ ຫງວຽນຮືວງອັກ: ດ້ວຍຄວາມເປັນກຽດ, ເອກອ້າງທະນົງໃຈໃຫ້ແມ່ທັບນ້ອຍ 12-ບໍລິສັດໃຫຍ່ກໍ່ສ້າງເຈື່ອງເຊີນ ໄດ້ສືບທອດມູນເຊື້ອຂອງທະຫານເຈື່ອງເຊີນ. ໃນໂຄງການ, ກິດຈະກຳຈຸດສຸມແຕ່ເໜືອຮອດໃຕ້, ແມ່ທັບນ້ອຍ 12 ຍາມໃດກໍ່ມີສະຕິຮັບຜິດຊອບສູງຕໍ່ກັບແຕ່ລະໜ້າທີ່ວຽກງານ, ແຕ່ລະຜະລິດຕະພັນທີ່ເຮັດອອກມາ ເພື່ອຢືນຢັນຄວາມມານະພະຍາຍາມ, ສູ້ຊົນ ແລະກຳລັງຄວາມສາມາດຂອງກອງທັບໃນການປະຕິບັດໜ້າທີ່ກອງທັບອອກແຮງງານທຳການຜະລິດໃນສະໄໝສັນຕິພາບຄືໃນປະຈຸບັນ. ໃນຊຸມວັນນີ້, ເພື່ອມຸ່ງເຖິງການສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19-5-1890 / 19-5-2025); 66 ປີແຫ່ງວັນເປີດທາງໂຮ່ຈີມິນ-ວັນມູນເຊື້ອທະຫານເຈື່ອງເຊີນ (19-5-1959 / 19-5-2025), ໃນກິດຈະກຳ, ໂຄງການກໍ່ສ້າງຕ່າງໆ, ແມ່ທັບນ້ອຍໄດ້ປຸກລະດົມແຂ່ງຂັນດ້ວຍຈິດໃຈເຮັດວຽກ 3 ຜຽນ, 4 ໜ່ວຍ, ບໍ່ນັບວັນພັກ, ໂມງພັກ. ການນໍາແມ່ທັບນ້ອຍໄດ້ໄປຮອດສະໜາມກໍ່ສ້າງ ເພື່ອປຸກລະດົມພະນັກງານ, ນັກຮົບ, ຜູ້ອອກແຮງງານພ້ອມກັນມານະພະຍາຍາມ, ສູ້ຊົນຢ່າງເປັນປະຈໍາ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຮືວງອັກ: ຜູ້ບັນຊາການແມ່ທັບນ້ອຍ 12 ແລະການນໍາແມ່ທັບນ້ອຍ ກວດກາໂຄງການກໍ່ສ້າງໂຮງງານໄຟຟ້ານໍ້າຕົກ ຮວ່າບິ່ງ ເປີດກວ້າງ. ພາບ: ດ່ິງຮຸຍ

ໜຶ່ງໃນບັນດາຄຸນທາດຂອງວິສາຫະກິດກອງທັບເວົ້າລວມ, ແມ່ທັບນ້ອຍ 12 ເວົ້າສະເພາະແມ່ນມີລະບຽບວິໄນ, ຕັດສິນໃຈສູງໃນການປະຕິບັດໜ້າທີ່. ວຽກງານບໍລິຫານໄດ້ປະຕິບັດຢ່າງລຸໂລ່ງ, ມີລະບຽບແບບແຜນນັບແຕ່ແມ່ທັບນ້ອຍຈົນຮອດບັນດາກົມກອງ, ບັນດາຄະນະບໍລິຫານງານ. ພວກຂ້າພະເຈົ້າຍາມໃດກໍ່ມີຄະຕິເຕືອນໃຈຢູ່ສະເໝີວ່າ “ໄດ້ໃຫ້ຄຳໝັ້ນສັນຍາແລ້ວຕ້ອງປະຕິບັດ, ໄດ້ເວົ້າແລ້ວຕ້ອງເຮັດ”, ຕິດພັນເຂົ້າແຕ່ລະໜ້າທີ່ວຽກງານຢູ່ໂຄງການຈຸດສຸມໂດຍແມ່ທັບນ້ອຍ 12 ຮັບຜິດຊອບ. ສິ່ງເຫຼົ່ານີ້ໄດ້ສະແດງອອກຜ່ານຄວາມຄືບໜ້າ, ຄຸນນະພາບຂອງບັນດາໂຄງການໂດຍແມ່ທັບນ້ອຍດຳເນີນການກໍ່ສ້າງໃນໄລຍະຜ່ານມາ. ໃນນ້ັນ, ຢູ່ໂຄງການກໍ່ສ້າງສະຖານີລົດໄຟ T3 ສະໜາມບິນເຕິນເຊີນເຍິດ, ພວກຂ້າພະເຈົ້າໄດ້ກໍ່ສ້າງແລ້ວໄວກ່ອນ 1 ປີເພື່ອເປີດນໍ້າໃຊ້ໃນເດືອນ ເມສາ ຜ່ານມານີ້. ພິເສດ, ຢູ່ສະໜາມກໍ່ສ້າງໃຫຍ່ ໂຄງການສະໜາມບິນລອງແທ່ງ, ໂດຍປະຕິບັດຕາມຄໍາຊີ້ນໍາຂອງການນໍາພັກ, ລັດ, ພວກຂ້າພະເຈົ້າໃຫ້ຄໍາໝັ້ນສັນຍາວ່າ ຈະກໍ່ສ້າງໃຫ້ແລ້ວກ່ອນກຳນົດເກືອບ 1 ປີ, ປະກອບສ່ວນເຂົ້າໃນຄວາມຄືບໜ້າລວມຂອງໂຄງການ. ຢູ່ໂຄງການກໍ່ສ້າງຂອງເສັ້ນທາງດ່ວນເໜືອ-ໃຕ້, ແມ່ທັບນ້ອຍຮັບປະກັນ ແລະເຮັດລື່ນກາຍຄວາມຄືບໜ້າ. ສາມາດຢືນຢັນໄດ້ວ່າດ້ວຍຄວາມຮັບຜິດຊອບຂອງວິສາຫະກິດກອງທັບ, ລະບຽບວິໄນໄດ້ສະແດງອອກຢູ່ໃນແຕ່ລະຄໍາເວົ້າ, ທ່າທີ, ການກະທໍາໄດ້ສະຫຼຸບ  ເພື່ອໃຫ້ພວກຂ້າພະເຈົ້າປະຕິບັດສໍາເລັດໜ້າທີ່.

ນັກຂ່າວ: ພ້ອມກັບການເສີມຂະຫຍາຍຄຸນທາດ, ຄຸນຄ່າທີ່ເປັນມູນເຊື້ອຂອງທະຫານລຸງໂຮ່, ທະຫານເຈື່ອງເຊີນ, ອັນໃດແມ່ນມາດຕະການຫຼັກແຫຼ່ງ ເພື່ອໃຫ້ແມ່ທັບນ້ອຍ 12 ປະຕິບັດໜ້າທີ່ໃນໄລຍະຜ່ານມາເປັນຢ່າງດີ, ຂໍຮຽນທ່ານ?

ທ່ານພົນຈັດຕະວາ ຫງວຽນຮືວງອັກ: ພວກຂ້າພະເຈົ້າມີຄະຕິເຕືອນໃຈວ່າ, ບັນດາໂຄງການແມ່ທັບນ້ອຍ 12 ປະຕິບັດ, ບັນດາກິດຈະກຳຈຸດສຸມແຫ່ງຊາດຕົ້ນຕໍແມ່ນເປັນບ່ອນອີງ ເພື່ອສືບຕໍ່ຂຽນມູນເຊື້ອຂອງທະຫານເຈື່ອງເຊີນ ວິລະຊົນ ໃນສະໄໝປ່ຽນແປງໃໝ່. ໃນຊຸມປີຜ່ານມາ, ແມ່ທັບນ້ອຍ 12 - ບໍລິສັດໃຫຍ່ກໍ່ສ້າງເຈື່ອງເຊີນ ໄດ້ກາຍເປັນວິສາຫະກິດໃນທອັບແຖວໜ້າໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງຂອງປະເທດ. ຢູ່ບໍລິເວນທີ່ຫຍຸ້ງຍາກ, ຊາຍແດນ, ໝູ່ເກາະ, ເຂດຫ່າງໄກສອກຫຼີກ ຫຼື ບັນດາໂຄງການກໍ່ສ້າງທີ່ມີລັກສະນະຮີບດ່ວນແມ່ທັບນ້ອຍ 12 ລ້ວນແຕ່ມີໜ້າ. ປະຈຸບັນ, ພວກຂ້າພະເຈົ້າ ພວມດໍາເນີນການກໍ່ສ້າງຂົວຝອງເຈົາ ໃໝ່ຢູ່ແຂວງຝູເທາະ. ຢູ່ໃສມີຄວາມຫຍຸ້ງຍາກ, ລໍາບາກແມ່ທັບນ້ອຍ 12 ລ້ວນແຕ່ມີໜ້າ, ພວກຂ້າພະເຈົ້າເຊື່ອໃຈວ່າມູນເຊື້ອຂອງທະຫານເຈື່ອງເຊີນ ຈະແມ່ນເປັນບ່ອນອີງເພື່ອຊຸກຍູ້, ສະແດງເຈດຈຳນົງໃນການກໍ່ສ້າງເຄື່ອງໝາຍການຄ້າເຈື່ອງເຊີນ ທີ່ນັບມື້ນັບໝັ້ນຄົງເຂັ້ມແຂງ.

ປ່ຽນແປງໃໝ່, ນໍາໃຊ້ເຕັກໂນໂລຢີດີຈີຕອນຢ່າງບໍ່ຢຸດຢັ້ງ

ນັກຂ່າວ: ກໍາລັງແຮງພາຍໃນ, ຈິດໃຈສາມັກຄີແມ່ທັບນ້ອຍ 12 ໄດ້ເສີມຂະຫຍາຍຄືແນວໃດເພື່ອບືນຕົວຂຶ້ນໃນໂຄງການກໍ່ສ້າງຈຸດສຸມສໍາຄັນລະດັບຊາດ, ຂໍຮຽນທ່ານ?

ທ່ານພົນຈັດຕະວາ ຫງວຽນຮືວງອັກ: ດ້ວຍຈິດໃຈສາມັກຄີແມ່ນປັດໄຈແຖວໜ້າໃນການສ້າງກໍາລັງແຮງໝູ່ຄະນະ, ຊ່ວຍແມ່ທັບນ້ອຍ 12 ບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ. ບັນດາໂຄງການທີ່ແມ່ທັບນ້ອຍ 12 ປະຕິບັດການນໍາພັກ, ລັດ, ກະຊວງປ້ອງກັນປະເທດໄດ້ຕີລາຄາສູງທີ່ສຸດ, ຢືນຢັນຄວາມສາມາດ, ເຄື່ອງໝາຍການຄ້າເຈື່ອງເຊີນ. ພວກຂ້າພະເຈົ້າ ໝັ້ນໃຈວ່າພາຍໃຕ້ການຊີ້ນໍາ, ນໍາພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງພະນັກງານ, ນັກຮົບ, ຜູ້ອອກແຮງງານຂອງແມ່ທັບ 12-ບໍລິສັດໃຫຍ່ກໍ່ສ້າງເຈື່ອງເຊີນ, ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າສືບຕໍ່ສ້າງຂີດໝາຍບັນດາໂຄງການກໍ່ສ້າງສໍາຄັນຂອງປະເທດ.

ນັກຂ່າວ: ໃນຊຸມປີຈະມາເຖິງ, ແມ່ທັບນ້ອຍ 12 ຈະສຸມໃສ່ມາດຕະການໃດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ວາງອອກ, ໂດຍສະເພາະແມ່ນເມື່ອວຽກງານນັບມື້ນັບຫຼາຍຂຶ້ນ, ຂໍຮຽນທ່ານ?

ທ່ານພົນຈັດຕະວາ ຫງວຽນຮືວງອັກ: ໃນໄລຍະຈະມາເຖິງ, ແມ່ທັບນ້ອຍ 12 ຢືນຢູ່ຕໍ່ໜ້າກາລະໂອກາດ ແລະສິ່ງທ້າທາຍສະຫຼັບກັນໄປ, ຖ້າຫາກບໍ່ປ່ຽນແປງໃໝ່, ບໍ່ຍາດແຍ່ງເອົາໂອກາດນັ້ນກໍ່ຈະຖອຍຫຼັງ. ກໍານົດໄດ້ບັນຫານີ້, ແມ່ທັບນ້ອຍ 12 ໄດ້ນໍາໜ້າໃນການລົງທຶນໃສ່ຄົນ, ວັດຖຸອຸປະກອນ, ປ່ຽນແປງໃໝ່ປະດິດສ້າງ,... ທໍາອິດແມ່ນຕ້ອງປ່ຽນແປງໃໝ່ກ່ຽວກັບ ຮູບການຄຸ້ມຄອງ, ໃນໄລຍະຜ່ານມາ, ແມ່ທັບນ້ອຍ ໄດ້ປະຕິບັດບັນຫານີ້ຢ່າງເຖິງຖອງ, ຫຼຸດຂັ້ນຕອນທີ່ຢູ່ເຄິ່ງກາງລົງ ແລະບໍລິຫານໂດຍກົງນັບແຕ່ກອງບັນຊາການແມ່ທັບນ້ອຍຈົນຮອດສະຖານທີ່ກໍ່ສ້າງ. ຄຽງຂ້າງກັນນັ້ນ, ພວກຂ້າພະເຈົ້າໄດ້ນໍາໃຊ້ວິທະຍາສາດ-ເຕັກໂນໂລຢີຢ່າງເຖິງຖອງເຂົ້າໃນວຽກງານຄຸ້ມຄອງ, ບັນດາກອງປະຊຸມກໍ່ລ້ວນແຕ່ໄດ້ເຊື່ອມຕໍ່ທາງອອນລາຍ, ຄຸ້ມຄອງວັດຖຸອຸປະກອນດ້ວຍຈັບຈຸດທີ່ຕັ້ງ ເພື່ອປະຢັດຊັບພະຍາກອນມະນຸດ, ຮັບປະກັນຢ່າງແໜ້ນແຟ້ນ. ພວກຂ້າພະເຈົ້າກໍ່ນໍາໃຊ້ຮູບການ BIM (ຮູບແບບຂໍ້ມູນໂຄງການ) ໃນການຄຸ້ມຄອງຄວາມຄືບໜ້າ. ດ້ວຍຫຼາຍມາດຕະການຄົບຊຸດ, ປະລິມານການຜະລິດຂອງແມ່ທັບນ້ອຍໄດ້ຍົກລະດັບຂຶ້ນຫຼາຍເທົ່າ. ຫ່າງຈາກນີ້ 5 ປີ, ແມ່ທັບນ້ອຍ 12 ດ້ວຍຖັນແຖວຄືໃນປະຈຸບັນ, ປະລິມານການຜະລິດບັນລຸ 3.000 ຕື້ດົ່ງ. ມາຮອດປະຈຸບັນ, ປະລິມານການຜະລິດຂອງແມ່ທັບນ້ອຍບັນລຸກວ່າ 20.000 ຕື້ດົ່ງ. ນັ້ນແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນກ່ຽວກັບເລື່ອງພວກຂ້າພະເຈົ້າໄດ້ປ່ຽນແປງໃໝ່ຢ່າງທັນການ, ນໍາໃຊ້ເຕັກໂນໂລຢີດີຈີຕອນ, ເຕັກໂນໂລຢີກ້າວໜ້າ. ນີິ້ກໍ່ແມ່ນເງື່ອນໄຂ, ພື້ນຖານເພື່ອໃຫ້ແມ່ທັບນ້ອຍ 12 ສືບຕໍ່ກ້າວໄປສູ່ຂົງເຂດໃໝ່.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ໄຊນີດາ