ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມຮັບຮູ້ ແລະຄວາມໄວ້ເນື້ອເຊື່ອໃຈສູງຂອງປະຊາຄົມສາກົນ ຕໍ່ຄວາມມານະພະຍາຍາມອັນຍາວນານ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນຂົງເຂດຫຼຸດຜ່ອນ ແລະບໍ່ເຜີຍແຜ່ອາວຸດນິວເຄຼຍ, ຊຸກຍູ້ການນຳໃຊ້ພະລັງງານນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ. ນີ້ກໍ່ແມ່ນຄວາມຫວັງຂອງປະຊາຄົມສາກົນກ່ຽວກັບບົດບາດປະສານງານ, ຊັກຈູງຂອງຫວຽດນາມ ໃນວິວັດທະນາການດ້ານການເມືອງ-ຄວາມໝັ້ນຄົງທົ່ວໂລກແຖວໜ້າທີ່ພວມດຳເນີນຢູ່ໃນຂອບເຂດຂອງສະຫະປະຊາຊາດ ໃນປະຈຸບັນ.

leftcenterrightdel
ທ່ານ ດັ້ງຮ່ວາງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ. ພາບ: VTV

ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ ຂອບໃຈບັນດາປະເທດທີ່ໄດ້ໄວ້ເນື້ອເຊື່ອໃຈ ແລະສະໜັບສະໜູນຫວຽດນາມ; ຢືນຢັນຈະມານະພະຍາຍາມສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ວິວັດທະນາການທົບທວນຄືນ NPT ໃຫ້ບັນລຸໄດ້ບັນດາໝາກຜົນອັນແທດຈິງ, ຕອບສະໜອງຄວາມຄອງຄອຍຂອງປະຊາຄົມສາກົນ.

ໂດຍ: ຈາງຫງວຽນ