leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ຫວຽດນາມ ບໍ່ຫຼົງລືມການສະໜັບສະໜູນຢ່າງແຮງ ແລະການຊ່ວຍເຫຼືອຂອງເບລາຣຸດ. ນີ້ແມ່ນການຢັ້ງຢືນຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ການພົບປະກັບສະມາຄົມມິດຕະພາບ ແລະພົບປະແລກປ່ຽນວັດທະນະທຳກັບຕ່າງປະເທດຂອງເບລາຣຸດ, ສະມາຄົມມິດຕະພາບເບລາຣຸດ - ຫວຽດນາມ ແລະ ບັນດານັກຊ່ຽວຊານເບລາຣຸດ ທີ່ມີການປະກອບສ່ວນທີ່ພົ້ນເດັ່ນຫຼາຍຢ່າງສຳລັບປະເທດຫວຽດນາມ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 11 ພຶດສະພາ, ຢູ່ Minks, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ.ເບລາຣຸດ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຖ່າຍຮູບກັບບັນດາຜູ້ແທນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ກັບເບລາຣຸດ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບເບລາຣຸດ ໃນທຸກຂົງເຂດ. ໂດຍສະແດງຄວາມຊົມເຊີຍຕໍ່ບັນດາການເຄື່ອນໄຫວຂອງສະມາຄົມມິດຕະພາບ ແລະພົບປະແລກປ່ຽນວັດທະນະທຳກັບຕ່າງປະເທດຂອງເບລາຣຸດ ແລະສະມາຄົມມິດຕະພາບ ເບລາຣຸດ - ຫວຽດນາມ ໃນໄລຍະຜ່ານມາເພື່ອແນໃສ່ເຊື່ອມຕໍ່ການພົວພັນລະຫວ່າງປະຊາຊົນທຸກຊັ້ນວັນນະຂອງສອງປະເທດ.

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ ສະມາຄົມມິດຕະພາບ ແລະພົບປະແລກປ່ຽນວັດທະນະທຳກັບຕ່າງປະເທດຂອງເບລາຣຸດ ແລະ ສະມາຄົມມິດຕະພາບເບລາຣຸດ - ຫວຽດນາມ ສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນທີ່ອຸດົມສົມບູນກ່ວາອີກ, ດຶງດູດການເຂົ້າຮ່ວມຂອງປະຊາຊົນທຸກຊັ້ນວັນນະ, ບັນດານັກວິທະຍາສາດ, ວິສາຫະກິດ ແລະ ພິເສດແມ່ນໄວໜຸ່ມ, ຊ່ວຍໄວໜຸ່ມສອງປະເທດນັບມື້ນັບເຂົ້າໃຈ ແລະມີຄວາມສະໜິດຕິດພັນ ເພື່ອແນໃສ່ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ເບລາຣຸດ ໃຫ້ນັບມື້ນັບສະໜິດແໜ້ນ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ