ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບທ່ານປະທານ Zyuganov ແລະບັນດາສະຫາຍການນໍາພັກກອມມູນິດສະຫະພັນລັດເຊຍ - ຜູ້ທີ່ເປັນເພື່ອນມິດ, ອ້າຍນ້ອງສະໜິດສະໜົມຂອງພັກ, ລັດ ແລະປະຊາຊົນຫວຽດນາມ.

ທ່ານເລຂາທິການໃຫຍ່ ຕີລາຄາສູງຜົນງານສໍາຄັນ ເຊິ່ງພັກກອມມູນິດສະຫະພັນລັດເຊຍ ບັນລຸໄດ້ໃນໄລຍະຜ່ານມາ, ສືບຕໍ່ຢືນຢັນທີ່ຕັ້ງແມ່ນໜຶ່ງໃນບັນດາພັກການເມືອງແຖວໜ້າໃນເວທີການເມືອງຂອງລັດເຊຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຍົກອອກແຜນນະໂຍບາຍ ເພື່ອແນໃສ່ນໍາປະເທດລັດເຊຍ ຜ່ານຜ່າຄວາມຫຍຸ້ງຍາກ ແລະນັບມື້ນັບພັດທະນາຢ່າງແຂງແຮງ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານ Gennady Zyuganov ປະທານພັກກອມມູນິດສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ພັກກອມມູນິດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມກັບພັກກອມມູນິດສະຫະພັນລັດເຊຍ. ການພົວພັນສອງພັກມີຄວາມໝາຍສໍາຄັນໃນການພົວພັນຫວຽດນາມ-ລັດເຊຍ, ແມ່ນພື້ນຖານການເມືອງເພື່ອຊຸກຍູ້ການຮ່ວມມືສອງປະເທດໃນບັນດາຂົງເຂດ, ສິ່ງເຫຼົ່ານີ້ມີຄວາມໝາຍພິເສດເມື່ອຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດ. ພ້ອມທັງ, ການຮ່ວມມືສອງພັກກໍ່ສວມບົດບາດໃຫຍ່ຫຼວງໃນການປັບປຸງ ແລະພັດທະນາຂະບວນການພັກກອມມູນິດ ແລະກໍາມະກອນສາກົນ.

ທ່ານ Gennady Zyuganov ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງພັກ, ເນັ້້ນໜັກຂີດໝາຍສໍາຄັນແມ່ນຂໍ້ຕົກລົງວ່າດ້ວຍການເປີດກວ້າງ ແລະເຮັດໃຫ້ການພົວພັນລະຫວ່າງສອງພັກເລິກເຊິ່ງຂຶ້ນຕື່ມທີ່ໄດ້ລົງນາມເມື່ອເດືອນມັງກອນ 2024 ຢູ່ມົດສະກູ, ໄດ້ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືອັນດີງາມລະຫວ່າງສອງພັກ ແລະປະຊາຊົນສອງປະເທດເລິກເຊິ່ງຂຶ້ນຕື່ມ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການຜັນຂະຫຍາຍຂໍ້ຕົກລົງຮ່ວມມື, ສຸມໃສ່ເຂົ້າໃນການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວຂອງແຕ່ລະພັກໃຫ້ມີປະສິດທິຜົນ; ຕັ້ງໜ້າໜູນຊ່ວຍຊຸກຍູ້ການພົວພັນລະຫວ່າງບັນດາອົງການມະຫາຊົນຂອງສອງພັກ, ໂດຍສະເພາະແມ່ນຄະນະຊາວໜຸ່ມ, ດ້ວຍຈຸດປະສົງເພື່ອໃຫ້ລຸ້ນໜຸ່ມສອງປະເທດສືບທອດ ແລະເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງຊາດ; ເອົາໃຈໃສ່ປັບປຸງການເຄື່ອນໄຫວຂອງສະມາຄົມມິດຕະພາບລັດເຊຍ-ຫວຽດນາມ; ຊຸກຍູ້ການຮ່ວມມືລະຫວ່າງລັດຖະສະພາ ແລະການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ພ້ອມທັງເພີ່ມທະວີການສົມທົບຫຼັກໝັ້ນຢູ່ບັນດາເວທີປາໄສພັກການເມືອງຫຼາຍຝ່າຍ.

ໂດຍ: ໄຊນີດາ