leftcenterrightdel
ທ່ານ ຫງວຽນກວ໊ກຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ  ກ່າວຄຳເຫັນທີ່ພິທີ. ພາບ: vov.vn

ວັນທີ 30 ເມສາ (ຕາມເວລາທ້ອງຖິ່ນ) ສະຖານທູດຫວຽດນາມ ປະຈຳ ອາເມລິກາ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025) ຂຶ້ນຢ່າງສົມກຽດ. ໃນບັນຍາກາດເຄັ່ງຂຶມ ແລະຕື້ນຕັນໃຈຂອງພິທີ, ທ່ານ ຫງວຽນກວ໊ກຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ  ເນັ້ນໜັກຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຂອງໄຊຊະນະວັນທີ 30 ເມສາ, ຂີດໝາຍສິ້ນສຸດສົງຄາມ, ເປີດສັງກາດໃໝ່ໃຫ້ແກ່ຊາດ ຫວຽດນາມ: ສັນຕິພາບ, ເອກະພາບ ແລະພັດທະນາ. 

ທ່ານເອກອັກຄະລັດຖະທູດ ກໍຢັ້ງຢືນການພັດທະນາຢ່າງກະໂດດຂັ້ນໃນການພົວພັນ ຫວຽດນາມ-ອາເມລິກາ, ຈາກການສູ້ຢັນກັນໄປສູ່ການເຈລະຈາ, ຈາກສັດຕູກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນຜົນງານຂອງວິວັດການຮ່ຳບາດແຜສົງຄາມ, ມານະພະຍາຍາມ ແລະເຈດຈຳນົງຢ່າງບໍ່ຢຸດຢັ້ງຈາກທັງສອງຝ່າຍ. ທ່ານເອກອັກຄະລັດຖະທູດ ຫງວຽນກວ໊ກຢຸງ ຖືວ່າ ພິທີສະເຫຼີມສະຫຼອງກໍແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດຂອງຊາດ, ພ້ອມທັງເນັ້ນໜັກເຖິງຄວາມຮັບຜິດຊອບຂອງຄົນລຸ້ນປະຈຸບັນ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ