ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມຮູ້ບຸນຄຸນຕໍ່ທ່ານພົນເອກ ຫວໍງວຽນຢາບ ແລະທ່ານພົນເອກ ວັນຕຽນຢຸງ
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ໄດ້ໄປຈູດທູບທຽນ ອາໄລຫາພົນເອກ ຫວໍງວຽນຢາບ, ອະດີດກຳມະການກົມການເມືອງ, ອະດີດເລຂາຄະນະພັກກອງທັບສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ບັນຊາການສູງສຸດກອງທັບປະຊາຊົນ ຫວຽດນາມ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ຈູດທູບທຽນອາໄລຫາພົນເອກ ຫວໍງວຽນຢາບ. ພາບ: ສໍານັກຂ່າວສານຫວຽດນາມ |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ຕອນບ່າຍວັນທີ 28 ເມສາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ໄດ້ໄປຈູດທູບທຽນອາໄລຫາພົນເອກ ຫວໍງວຽນຢາບ, ອະດີດກຳມະການກົມການເມືອງ, ອະດີດເລຂາຄະນະພັກກອງທັບສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ບັນຊາການສູງສຸດກອງທັບປະຊາຊົນຫວຽດນາມ. ຊີວິດການເຄື່ອນໄຫວຂອງພົນເອກ ຫວໍງວຽນຢາບ ແມ່ນຕິດພັນກັບວິວັດທະນາການພັດທະນາຂອງການປະຕິວັດຫວຽດນາມ ແລະບັນດາຂີດໝາຍປະຫວັດສາດສຳຄັນພິເສດຂອງຊາດ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຈູດທູບທຽນອາໄລຫາພົນເອກ ວັນຕຽນຢຸງ. ພາບ: ສໍານັກຂ່າວສານຫວຽດນາມ |
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພົນເອກ ວັນຕຽນຢຸງ, ອະດີດກຳມະການກົມການເມືອງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ໃນການຕໍ່ຕ້ານກູ້ຊາດ, ທ່ານພົນເອກ ວັນຕຽນຢຸງ ໄດ້ຊີ້ນຳໂດຍກົງໃນຫຼາຍບັ້ນຮົບສຳຄັນທີ່ຍາດໄດ້ໄຊຊະນະ. ນັ້ນແມ່ນບັ້ນຮົບເສັ້ນທາງເລກທີ 9 - ພາກໃຕ້ລາວ ປີ 1971, ບັ້ນຮົບປ້ອງກັນອາກາດ ເດືອນທັນວາ 1972, ບັ້ນຮົບປົດປ່ອຍໄຕງວຽນ ເມື່ອປີ 1975 ແລະ ບັ້ນຮົບໂຮ່ຈີມິນ ປະຫວັດສາດໃນເດືອນເມສາ 1975 ປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ.
ແຫຼ່ງຄັດຈາກ: vovworld.vn