ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຜູ້ອໍານວຍການບໍລິຫານກຸ່ມບໍລິສັດ Rosen Partners
ກປ.ອອນໄລ - ຕອນບ່າຍວັນທີ 23 ເມສາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕ້ອນຮັບທ່ານ Daniel Rosen ຜູ້ອໍານວຍການບໍລິຫານກຸ່ມບໍລິສັດ Rosen Partners ຂອງອາເມລິກາ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຊົມເຊີຍທ່ານ Daniel Rosen ກັບຄືນຢ້ຽມຢາມຫວຽດນາມ ໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະປີທີສອງແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ. ທ່ານ ໂຕເລິມ ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາຢ່າງແຮງຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ, ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພັດທະນາການພົວພັນກັບອາເມລິກາ, ປາດຖະໜາວ່າ ການພົວພັນສອງຝ່າຍ ຈະສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະມີສະຖຽນລະພາບໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະວິສາຫະກິດສອງປະເທດ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Daniel Rosen ຜູ້ອໍານວຍການບໍລິຫານກຸ່ມບໍລິສັດ Rosen Partners ຂອງອາເມລິກາ. ພາບ: qdnd.vn |
ທ່ານ ໂຕເລິມ ຖືວ່າ ຫວຽດນາມ ແລະອາເມລິກາ ແມ່ນສອງພື້ນຖານເສດຖະກິດດ້ວຍທ່າໄດ້ປຽບທີ່ມີລັກສະນະເພີ່ມເຕີມໃຫ້ກັນ. ຫວຽດນາມ ມີແຫຼ່ງຊັບພະຍາກອນມະນຸດທີ່ອຸດົມສົມບູນດ້ວຍຄວາມປາດຖະໜາຢາກອຸທິດສ່ວນ, ມານະພະຍາຍາມບືນຕົວຂຶ້ນ, ມີຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ, ພ້ອມທັງຖືເປັນສໍາຄັນແຫຼ່ງທຶນ, ເຕັກໂນໂລຊີ ແລະຜະລິດຕະພັນດ້ວຍເນື້ອໃນເຕັກໂນໂລຊີສູງຂອງອາເມລິກາ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານ Daniel Rosen ແຈ້ງໃຫ້ຊາບກ່ຽວກັບແຜນການລົງທຶນ, ພົ້ນເດັ່ນແມ່ນໂຄງການກໍ່ສ້າງສວນສາທາລະນະບັນເທີງລະດັບໂລກຢູ່ຫວຽດນາມ, ໃຫ້ຄໍາໝັ້ນສັນຍາພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ປັນຍາປະດິດ, ເຊື່ອມຕໍ່ລະຫວ່າງບັນດານັກວິທະຍາສາດຫວຽດນາມ ກັບນັກວິທະຍາສາດອາເມລິກາ ແລະບັນດາປະເທດ, ກໍ່ສ້າງບັນດາໂຄງການຮ່ວມມືລະອຽດກ່ຽວກັບວິທະຍາສາດ-ເຕັກໂນໂລຊີ, ປັນຍາປະດິດ, ການບໍລິຫານອັດສະລິຍະ.
ທ່ານເລຂາທິການໃຫຍ່ ຊົມເຊີຍກຸ່ມບໍລິສັດ Rosen Partners ເອົາໃຈໃສ່ລົງທຶນເຂົ້າຫວຽດນາມ, ຢັ້ງຢືນວ່າ ຫວຽດນາມ ສົ່ງເສີມການລົງທຶນເຂົ້າໃນການພັດທະນາວັດທະນະທໍາ, ການທ່ອງທ່ຽວ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ຊົມເຊີຍການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດ, ໃນນັ້ນມີອາເມລິກາ ໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ; ສະເໜີກຸ່ມບໍລິສັດຊຸກຍູ້ການຮ່ວມມື, ລົງທຶນໄປຍັງຂົງເຂດທີ່ ອາເມລິກາ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ, ໃນນັ້ນມີກະສິກໍາທີ່ມີຄຸນນະພາບສູງ, ກໍ່ສ້າງ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ.
ທ່ານ Daniel Rosen ຢັ້ງຢືນຄໍາໝັ້ນສັນຍາ ຈະມານະພະຍາຍາມຜັນຂະຫຍາຍບັນດາໂຄງການລົງທຶນຢູ່ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາຂອງຫວຽດນາມ ແລະການພົວພັນ ຫວຽດນາມ-ອາເມລິກາ.
ໂດຍ: ໄຊຊະນະ