ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນຄືດັ່ງກ່າວທີ່ກອງປະຊຸມສະຫຼຸບ “ແຜນຮ່າງໜູນຊ່ວຍໃຫ້ນັກຮຽນ, ນັກສຶກສາ Startup ຮອດປີ 2025 ແລະໄຂງານບຸນເລີ່ມທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ (SV.STARTUP) ຄັ້ງທີ VII ປີ 2025.

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ: ຊາວໜຸ່ມເຂັ້ມແຂງ ປະເທດຊາດຈຶ່ງເຂັ້ມແຂງ, ຕ້ອງສ້າງສະພາບແວດລ້ອມໃຫ້ຊາວໜຸ່ມເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງ, ດ້ວຍທັດສະນະວ່າ: “ແຕ່ລະຂະບວນການຕ້ອງຕິດພັນກັບຜົນປະໂຫຍດຂອງບຸກຄົນກັບຜົນປະໂຫຍດໝູ່ຄະນະ, ຜົນປະໂຫຍດຂອງປະເທດ, ຊາດ; ກົມກຽວຜົນປະໂຫຍດລັດ, ປະຊາຊົນ, ວິສາຫະກິດ,  ຜົນປະໂຫຍດພາຍໃນ, ຜົນປະໂຫຍດຢູ່ຕ່າງປະເທດ”.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານຢືນຢັນວ່າ ພັກ ແລະລັດ ຍາມໃດກໍ່ຖືບົດບາດຂອງຊາວຫນຸ່ມເປັນພິເສດ, ຖືຊາວໜຸ່ມແມ່ນກຳລັງຫຼັກແຫຼ່ງ, ພ້ອມແລ້ວທີ່ຈະມອບພາລະກຳນຳໜ້າໃຫ້ຊາວໜຸ່ມໃນພາລະກິດແຫ່ງການສ້າງສາ ແລະພັດທະນາປະເທດຊາດ ດ້ວຍທິດນໍາ “ຊາວໜຸ່ມເຂັ້ມແຂງປະເທດຊາດຈຶ່ງເຂັ້ມແຂງ”,  ທ່ານນາຍົກລັດຖະມົນຕີ ປາດຖະໜາ ແລະເຊື່ອໝັ້ນວ່າ ດ້ວຍຄວາມຄາດຫວັງ, ພູມປັນຍາ, ພວກນ້ອງນັກຮຽນ, ນັກສຶກສາ ປະຈຸບັນ  ແລະ 20 ລ້ານຊາວໜຸ່ມ ຈະແມ່ນບັນດາຜູ້ນຳໜ້າ, ກຳແໜ້ນວິທະຍາສາດເຕັກໂນໂລຊີ, ຮັບຜິດຊອບພາລະກຳປະຫວັດສາດຢັ້ງຢືນຖານະບົດບາດຂອງຫວຽດນາມ ໃນສັງກາດດີຈີຕອນ, ນຳຫວຽດນາມ ກາຍເປັນສູນປ່ຽນແປງໃໝ່ປະດິດສ້າງຂອງພາກພື້ນ ແລະໂລກໃນສັງກາດບຸກບືນ, ພັດທະນາໃຫ້ຮັ່ງມີເຂັ້ມແຂງ, ສີວິໄລ ແລະວັດທະນາຖາວອນຂອງຊາດ.

ໂດຍ: ທະນາພອນ