ຮ່າໂນ້ຍເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງສ. ເຊັກ
ກປ.ອອນໄລ - ການຢ້ຽມຢາມຂອງຄະນະປະຕິບັດງານຮ່າໂນ້ຍ ເພື່ອແນໃສ່ເປີດກວ້າງ ແລະກຳນົດຂົງເຂດຮ່ວມມືບຸລິມະສິດລະຫວ່າງຮ່າໂນ້ຍ ແລະບັນດາທ້ອງຖິ່ນຂອງ ສ.ເຊັກ.
ໃນລະຫວ່າງວັນທີ 16 – 18 ເມສາ, ຄະນະປະຕິບັດງານຮ່າໂນ້ຍ ນຳໂດຍທ່ານນາງ ຝຸ່ງທິຮົ່ງຮ່າ, ຮອງປະທານຜູ້ປະຈຳການສະພາປະຊາຊົນນະຄອນຮ່າໂນ້ຍ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ ສ.ເຊັກ.
    |
 |
ທ່ານນາງ ຝຸ່ງທິຮົ່ງຮ່າ ກ່າວຄໍາເຫັນທີ່ການພົບປະ, ເຮັດວຽກກັບພະນັກງານສະຖານທູດ ແລະຄະນະວິສາຫະກິດຫວຽດນາມ ຢູ່ ສາທາລະນະລັດເຊັກ. ພາບ: vov.vn |
ໃນໄລຍະຢ້ຽມຢາມ ແລະເຮັດວຽກຢູ່ເຊັກ, ຄະນະປະຕິບັດງານໄດ້ມີການພົບປະກັບເຈົ້າຄອງນະຄອນ Cheb Jan Vrba, ເຈົ້າຄອງ Praha Bohuslav Svoboda, ເຮັດວຽກກັບການນໍາສະມາຄົມຊາວຫວຽດນາມ ຢູ່ນະຄອນ Cheb,... ການນໍາຄະນະວິສາຫະກິດ ແລະນັກຊ່ຽນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຢ້ຽມຢາມພະນັກງານສະຖານທູດຫວຽດນາມ ປະຈໍາ ເຊັກ ແລະຫົວໜ່ວຍເສດຖະກິດ, ວັດທະນະທໍາຂອງຊາວຫວຽດນາມ ຢູ່ຕ່າງປະເທດ.
ທີ່ບັນດາການເຮັດວຽກ, ທ່ານນາງ ຝຸ່ງທິຮົ່ງຮ່າ ເນັ້ນໜັກວ່າ ການຢ້ຽມຢາມຂອງຄະນະປະຕິບັດງານນະຄອນຮ່າໂນ້ຍ ເພື່ອແນໃສ່ເປີດກວ້າງ ແລະກໍານົດຂົງເຂດຮ່ວມມືບຸລິມະສິດລະຫວ່າງນະຄອນຮ່າໂນ້ຍ ກັບບັນດາທ້ອງຖິ່ນຂອງເຊັກ; ພ້ອມທັງຫັນບັນດາເນື້ອໃນຮ່ວມມືກັບບັນດາທ້ອງຖິ່ນຂອງເຊັກ ໃນໄລຍະຈະມາເຖິງໃຫ້ປະກົດຜົນເປັນຈິງ. ທ່ານນາງ ຝຸ່ງທິຮົ່ງຮ່າ ກໍ່ຫວນຄືນຂໍ້ຕົກລົງຮ່ວມມືສະບັບຕ່າງໆລະຫວ່າງຮ່າໂນ້ຍ ກັບບັນດາທ້ອງຖິ່ນຂອງເຊັກ, ແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງຮ່າໂນ້ຍ ແລະຜົນງານເຊິ່ງນະຄອນບັນລຸໄດ້ໃນປີຜ່ານມາ ແລະຊຸມເດືອນຕົ້ນປີ 2025.
ໂດຍ: ໄຊນີດາ