ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມ, ເຫັນດີເປັນເອກະພາບກັບຂໍ້ສັງເກດ, ການຕີລາຄາ ແລະຂໍ້ສະເໜີທີ່ຍົກອອກມາໃນບົດລາຍງານຂອງອົງການປະຈຳການໂດຍພື້ນຖານ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ກ່ຽວກັບການກໍານົດທິດໃຫຍ່ ຕ້ອງກໍານົດຢ່າງຈະແຈ້ງເປົ້າໝາຍພັດທະນາເຕັກໂນໂລຢີຍຸດທະສາດຕິດພັນກັບຍຸດທະສາດພັດທະນາປະເທດຊາດ. ເຕັກໂນໂລຢີຍຸດທະສາດຕ້ອງຮັບໃຊ້ໂດຍກົງໃຫ້ການຍົກສູງສະມັດຕະພາບ ແລະກໍາລັງແກ່ງແຍ້ງຂອງພື້ນຖານເສດຖະກິດ; ສ້າງຕັ້ງຂະແໜງອຸດສາຫະກໍາໃໝ່; ຮັບປະກັນຄວາມເປັນເຈົ້າຕົນເອງດ້ານເຕັກໂນໂລຢີໃນຂົງເຂດທີ່ສໍາຄັນ.ື

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບກໍານົດທິດບັນຊີລາຍຊື່ເຕັກໂນໂລຢີຍຸດທະສາດ, ທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງ, ບັນຊີລາຍຊື່ເຕັກໂນໂລຢີຍຸດທະສາດຄວນເຂົ້າເຖິງຕາມໂຄງປະກອບ 2 ກຸ່ມ,ຄື: ກຸ່ມເຕັກໂນໂລຢີຍຸດທະສາດທີ່ຂຶ້ນກັບຂະແໜງການ, ຂົງເຂດທີ່ມີຕະຫຼາດຢູ່ແລ້ວ ແລະທີ່ມີຜົນກະທົບໃຫຍ່, ໂດຍກົງ, ສະເພາະໜ້າ. ກຸ່ມເຕັກໂນໂລຢີທີ່ສ້າງແຮງຂັບເຄື່ອນເຕີບໂຕໃໝ່, ເຕັກໂນໂລຢີພື້ນຖານໃຫ້ອະນາຄົດ, ເຕັກໂນໂລຢີທີ່ຮັບປະກັນຄວາມເປັນເຈົ້າຕົນເອງໃນຂົງເຂດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ທ່ານເລຂາທິການໃຫຍ່ ສະເໜີກວດກາຄືນ, ສ້າງກົນໄກການເງິນ, ງົບປະມານໃຫ້ການພັດທະນາເຕັກໂນໂລຢີຍຸດທະສາດໃຫ້ສົມບູນແບບ; ກວດກາຄືນ, ປັບປຸງ, ສ້າງໂຄງການບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອຮັບໃຊ້ການພັດທະນາຍຸດທະສາດ; ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງກະຊວງ, ຂະແໜງການ, ວິສາຫະກິດ, ສະຖາບັນ ແລະໂຮງຮຽນໂດຍທັນທີ.

ໂດຍ: ເຈິ່ນຮວ່ຽນ