ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ້ງ ສະເໜີໃຫ້ສອງຝ່າຍຊຸກຍູ້ ແລະຫັນຜົນການຢ້ຽມຢາມອິນໂດເນເຊຍ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນເດືອນມີນາ ປີ 2025 ໃຫ້ປະກົດຜົນເປັນຈິງ.
ຕາມນັ້ນແລ້ວ, ສອງຝ່າຍສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ການເຈລະຈາລະຫວ່າງສອງປະເທດ ກໍຄືປະກອບສ່ວນຊຸກຍູ້ຄວາມສາມັກຄີ ແລະການຮ່ວມມືໃນອາຊຽນ ຢ່າງແທດຈິງ, ມີປະສິດທິຜົນ; ຍູ້ແຮງການຜັນຂະຫາຍຂໍ້ຕົກລົງ, ກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ ດ້ວຍຈິດໃຈ “ເມື່ອເວົ້າແລ້ວຕ້ອງໄດ້ເຮັດ, ໄດ້ໃຫ້ຄຳໝັ້ນສັນຍາແມ່ນຕ້ອງປະຕິບັດ”.
    |
 |
|
ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Adam Mula Warman Tugio ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ອິນໂດເນເຊຍ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ສະເໜີຝ່າຍອິນໂດເນເຊຍ ອຳນວຍຄວາມສະດວກໃຫ້ສິນຄ້າຂອງຫວຽດນາມ ເຂົ້າເຖິງຕະຫຼາດອິນໂດເນເຊຍ; ສອງຝ່າຍຊຸກຍູ້ການຮ່ວມມືໃນຂົງເຂດອຸດສາຫະກຳ Halal; ຜັນຂະຫຍາຍການຮ່ວມມືດ້ານການປະມົງຢ່າງມີປະສິດທິຜົນ, ສົມທົບ ແລະໜູນຊ່ວຍຫວຽດນາມ ໃນການຜັນຂະຫຍາຍສະກັດກັ້ນການຫາປາທີ່ຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU); ຊຸກຍູ້ການຮ່ວມມືທ້ອງຖິ່ນ, ການສຶກສາ-ບຳລຸງກໍ່ສ້າງ, ການທ່ອງທ່ຽວ, ການພົບປະແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ປະຊາຊົນ, ເຊື່ອມຕໍ່ສອງພື້ນຖານເສດຖະກິດ ກັບການເຊື່ອມຕໍ່ສີຂຽວ, ເຊື່ອມຕໍ່ດີຈີຕອນ, ກໍ່ສ້າງຖານຂໍ້ມູນໃຊ້ລວມ; ພິເສດແມ່ນການເຊື່ອມຕໍ່ເພື່ອໜູນຊ່ວຍກັນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ໃນນັ້ນມີເຄືອຂ່າຍໄຟຟ້າຂອງອາຊຽນ, ຫຼີກລ່ຽງການຂັດວັກຂາດຕອນຂອງຕ່ອງໂສ້ການສະໜອງພະລັງງານ, ເປັນຕົ້ນແມ່ນຖ່ານຫີນ...
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ Adam Mula, warman Tugio ປາດຖະໜາຢາກໃຫ້ສອງຝ່າຍຊຸກຍູ້ ເພື່ອຍົກວົງເງິນການຄ້າໃຫ້ບັນລຸ 18 ຕື້ USD ໂດຍໄວ. ສອງຝ່າຍຮ່ວມມືໃນການຫັນປ່ຽນພະລັງງານສີຂຽວ, ໃນນັ້ນວິສາຫະກິດຫວຽດນາມ ມີໂຄງການລະອຽດຫຼາຍຕື່ມອີກ, ຄື: ໄຟຟ້າໃຊ້ພະລັງແຮງລົມ, ໄຟຟ້າແສງຕາເວັນ, ຜະລິດໝໍ້ໄຟ, ລົດໄຟຟ້າ..., ພ້ອມກັບອິນໂດເນເຊຍ ມຸ່ງໄປເຖິງພື້ນຖານເສດຖະກິດປ່ອຍອາຍພິດຕ່ຳ. ອິນໂດເນເຊຍ ຍັງສົ່ງເສີມບັນດາວິສາຫະກິດຫວຽດນາມ ເຂົ້າມາລົງທຶນໃນຂະແໜງຂຸດຄົ້ນແຮ່ທາດຢູ່ອິນໂດເນເຊຍ, ຄື: ຂຸດຄົ້ນແຮ່ທາດ, ປຸງແຕ່ງນິກເກິນ, ທອງ, ອາລູມີນຽມ...
ໂດຍ: ທູຈາງ