ຕອນບ່າຍວັນທີ 19 ມີນາ, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບບົດລາຍການປະຈຳປີຂອງຄະນະກຳມະການຄວາມເສລີດ້ານສາສະໜາສາກົນ ສະຫະລັດອາເມລິກາ (USCIRF) ໄດ້ສະເໜີນຳຫວຽດນາມ ເຂົ້າບັນຊີລາຍຊື່ບັນດາປະເທດຕ້ອງເອົາໃຈໃສ່ເປັນພິເສດກ່ຽວກັບສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ, ໃຫ້ຮູ້ວ່າ: “ນີ້ແມ່ນປະເມີນບໍ່ພາວະວິໄສ, ບໍ່ຖືກຕ້ອງ ແລະອີງໃສ່ຫຼັກຖານທີ່ບໍ່ດີໃສ່ຫວຽດນາມ. ຫວຽດນາມ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍແມ່ນເຄົາລົບ ແລະຮັບປະກັນສິດທິມະນຸດ, ໃນນັ້ນມີສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ. ພວກຂ້າພະເຈົ້າຍາມໃດກໍ່ພ້ອມແລ້ວທີ່ຈະແລກປ່ຽນກັບຝ່າຍ ສະຫະລັດອາເມລິກາ ກ່ຽວກັບບັນຫາ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈບົນຈິດໃຈກົງໄປກົງມາ, ເປີດອົກເປີດໃຈ ແລະເຄົາລົບເຊິ່ງກັນ ແລະກັນ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງລະຫວ່າງສອງປະເທດ”.

leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ກໍ່ທີ່ກອງປະຊຸມຂ່າວ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບການປົກປ້ອງພົນລະເມືອງຫວຽດນາມ ໃນພາກພື້ນຕາເວັນອອກກາງ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດຫວຽດນາມ ຍາມໃດກໍ່ຕິດຕາມສະພາບການຢູ່ຕາເວັນອອກກາງ ຢ່າງໃກ້ຊິດ ແລະມີບັນດາມາດຕະການປົກປ້ອງພົນລະເມືອງຢູ່ພາກພື້ນນີ້.

ໂດຍ: ຈາງຫງວຽນ