ກ່ອນທີ່ດໍາເນີນການຢ້ຽມຢາມ, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍ ແລະຈຸດສຸມຂອງການຢ້ຽມຢາມຄັ້ງນີ້.

ນັກຂ່າວ: ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຈະດຳເນີນໄປໃນສະພາບການທີ່ຫວຽດນາມ ຫາກໍ່ດຳເນີນ 2 ເຫດການການເມືອງທີ່ສໍາຄັນ, ວາງອອກການກໍາທິດໃຫ້ແກ່ໄລຍະພັດທະນາໃໝ່. ຂໍຮຽນທ່ານທູດ ໃຫ້ຮູ້ກ່ຽວກັບຄວາມໝາຍຂອງການຢ້ຽມຢາມໃນຄັ້ງນີ້?

ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະພັນ ລັດເຊຍ: ການຢ້ຽມຢາມໄດ້ດຳເນີນໄປໃນສະພາບການທີ່ພິເສດ, ຫວຽດນາມ ຫາກໍ່ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ສຳເລັດໃນທ້າຍເດືອນມີນາ, ກໍຄືການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່. ອາດເວົ້າໄດ້ວ່າ ການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ດຳເນີນໄປໃນສະພາບການເມືອງມີຄວາມສຳຄັນສຳລັບຫວຽດນາມ. ທົ່ວປະເທດ, ພັກ ແລະລັດຖະບານ ໄດ້ວາງອອກແຜນການພັດທະນາ ນໍາປະເທດຫວຽດນາມ ໃຫ້ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນໂລກ, ດ້ວຍເປົ້າໝາຍລະອຽດໃນປີ 2030 ກໍຄືໃນປີ 2045.

ໃນຫຼາຍປີຜ່ານມາ, ສະຫະພັນລັດເຊຍ ໃນປະຈຸບັນ ກໍຄືໃນເມື່ອກ່ອນເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະຈິງໃຈຂອງຫວຽດນາມ. ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງສອງປະເທດພັດທະນາຢ່າງແຂງແຮງ. ນີ້ກໍ່ແມ່ນຄັ້ງທຳອິດພາຍຫຼັ້ງຫຼາຍປີທີ່ຫວຽດນາມ ໄດ້ຈັດສົ່ງທູດພິເສດຂອງທ່ານເລຂາທິການໃຫຍ່, ນັ້ນແມ່ນສະຫາຍ ເລຮ່ວາຍຈູງ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄປຍັງສະຫະພັນລັດເຊຍ ເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຂອງພັກ ແລະການຢ້ຽມຢາມໄດ້ປະສົບຜົນສຳເລັດທີ່ສຸດ.  ສາມາດເວົ້າໄດ້ວ່າ ການຢ້ຽມຢາມຄັ້ງນີ້ມີຄວາມສຳຄັນທີ່ສຸດ. ດ້ານໜຶ່ງແມ່ນເພື່ອແນໃສ່ເພີ່ມທະວີ, ປັບປຸງການພົວພັນລະຫວ່າງສອງປະເທດ. ອີກດ້ານໜຶ່ງແມ່ນເພື່ອແນໃສ່ເສີມຂະຫຍາຍກາລະໂອກາດຮ່ວມມືສາກົນ, ກໍ່ຄືການຮ່ວມມືກັບສະຫະພັນລັດເຊຍ ເພື່ອໜູນຊ່ວຍໃຫ້ແກ່ການພັດທະນາຂອງຫວຽດນາມ ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ນັກຂ່າວ: ໃນສະພາບການດັ່ງກ່າວ, ຂໍໃຫ້ທ່ານທູດແບ່ງປັນຈຸດສຸມ ກໍຄືຜົນກະທົບຂອງການຢ້ຽມຢາມ ຕໍ່ກັບການພັດທະນາການພົວພັນສອງຝ່າຍລະຫວ່າງຫວຽດນາມ-ສະຫະພັນລັດເຊຍ ກວ່າອີກ ກໍ່ຄືການຮ່ວມມືລະຫວ່າງສອງປະເທດໃນຂອບເຂດສາກົນ?

ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສະຫະພັນລັດເຊຍ: ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ  ແມ່ນການຢ້ຽມຢາມສະຫະພັນລັດເຊຍ ຄັ້ງທຳອິດຂອງການນຳຂັ້ນສູງຫວຽດນາມ, ພາຍຫຼັງທີ່ຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ສຳເລັດຜົນ. ການຢ້ຽມຢາມເປັນການເປີດສາກໃຫ້ແກ່ເຫດການທີ່ສຳຄັນ ແລະການພົບປະຂັ້ນສູງໃນປີ 2026. ຈຸດສຸມຂອງການຢ້ຽມຢາມແມ່ນເພີ່ມທະວີ, ປັບປຸງການພົວພັນລະຫວ່າງຫວຽດນາມ ກັບສະຫະພັນລັດເຊຍ, ເປັນຕົ້ນແມ່ນການພົວພັນດ້ານການເມືອງ.

ການຢ້ຽມຢາມຍັງເປີດກວ້າງການຮ່ວມມືລະຫວ່າງຫວຽດນາມ ກັບສະຫະພັນລັດເຊຍ ໃນຂົງເຂດເສດຖະກິດການຄ້າ, ພິເສດແມ່ນການລົງທຶນ, ພະລັງງານ, ນ້ຳມັນອາຍແກັສ. ການຢ້ຽມຢາມຄັ້ງນີ້ດໍາເນີນໄປໃນສະພາບການໂລກພວມເກີດວິກິດການດ້ານພະລັງງານຮ້າຍແຮງທີ່ສຸດ. ສະນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະເປີດທິດທາງໃຫຍ່ໃຫ້ທັງສອງປະເທດ.

ທີໜຶ່ງ, ເພີ່ມທະວີ, ປັບປຸງການພົວພັນທາງດ້ານການເມືອງໃຫ້ຫຼາຍກວ່າອີກ, ຈາກປະສົບການຂອງຕົນ ກໍຄືພຶດຕິກໍາຕົວຈິງຂອງສອງປະເທດໃນຫວ່າງມໍ່ໆມານີ້, ການພົບປະຂອງການນໍາສອງປະເທດມີຄວາມໝາຍ, ບົດບາດສຳຄັນທີ່ສຸດ, ທັງເປັນການຫວນຄືນການພົວພັນລະຫວ່າງສອງປະເທດ, ທັງວາງອອກທິດທາງໃຫຍ່ເພື່ອພັດທະນາໃນປີ 2026 ກໍຄືໃນໄລຍະຈະມາເຖິງ.

ທີສອງ, ຫວຽດນາມ ສືບຕໍ່ເພີ່ມທະວີການຮັກສາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບສະຫະພັນລັດເຊຍ ໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ. ສອງປະເທດຖືກັນເປັນຄູ່ຮ່ວມມືທີ່ສຳຄັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ, ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງສັນຕິພາບ ເພື່ອສຸມໃສ່ພັດທະນາຢູ່ພາຍໃນປະເທດ.

ທີສາມ, ກ່ຽວກັບການພົວພັນດ້ານເສດຖະກິດການຄ້າ, ທຸກໆການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ລ້ວນແຕ່ແນໃສ່ເພີ່ມທະວີ ແລະເຮັດໃຫ້ການຮ່ວມມືສອງຝ່າຍມີປະສິດທິຜົນ ແລະແທດຈິງກວ່າເກົ່າ.

ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຄາດວ່າ ຈະລົງນາມໃນສັນຍາສຳຄັນຫຼາຍສະບັບ ທີ່ກ່ຽວຂ້ອງເຖິງໂຄງການກໍ່ສ້າງໂຮງໄຟຟ້ານິວເຄຼຍ, ການຮ່ວມມືດ້ານພະລັງງານ, ນ້ຳມັນອາຍແກັສ. ພວກຂ້າພະເຈົ້າຈະຖືສະຫະພັນລັດເຊຍ ເປັນຄູ່ຮ່ວມມືທີ່ມີລັກສະນະຍຸດທະສາດຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ຫວຽດນາມ. ການຮ່ວມມືໃນຂົງເຂດພະລັງງານ ແລະນ້ຳມັນອາຍແກັສ ຈະໄດ້ຮັບການຍູ້ແຮງ ແລະເລິກເຊິ່ງກວ່າ, ບໍ່ພຽງແຕ່ທາງດ້ານການຄ້າເທົ່ານັ້ນ, ຫາກຍັງນັບທັງຂົງເຂດສໍາຫຼວດ, ຂຸດຄົ້ນ, ບຳລຸງສ້າງແຫຼ່ງບຸກຄະລາກອນ.

ຂົງເຂດຕໍ່ໄປແມ່ນການຮ່ວມມືກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງ, ວິທະຍາສາດເຕັກໂນໂລຢີ, ການສຶກສາ-ບຳລຸງກໍ່ສ້າງ, ວັດທະນະທຳ, ສິລະປະ. ພວກເຮົາຮູ້ວ່າ ສະຫະພັນລັດເຊຍ ມີປະສົບການຫຼາຍຢ່າງໃນການກໍ່ສ້າງພື້ນຖານໂຄງລ່າງ, ເປັນຕົ້ນແມ່ນລະບົບລົດໄຟໃຕ້ດິນ,  metro. ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຈະໄປຢ້ຽມຢາມບັນດາໂຄງການສຳຄັນທີ່ກ່ຽວຂ້ອງເຖິງລະບົບລົດໄຟໃຕ້ດິນທີ່ສອງຝ່າຍໄດ້ປຶກສາຫາລືເພີ່ມທະວີການຮ່ວມມື. ຫວຽດນາມ ຈະຖອດຖອດບົດຮຽນ, ປະສົບການຂອງສະຫະພັນລັດເຊຍ ເພື່ອພັດທະນາລະບົບລົດໄຟໃຕ້ດິນຂອງຫວຽດນາມ.

ສະຫະພັນລັດເຊຍ ເປັນຄູ່ຮ່ວມມືສໍາຄັນແຖວໜ້າໃນການສຶກສາ-ບໍາລຸງກໍ່ສ້າງ. ຫວຽດນາມ ຈະຈັດສົ່ງນັກສຶກສາຫຼາຍຄົນໄປຮ່ຳຮຽນຢູ່ທີ່ນັ້ນໃນທຸກຂົງເຂດ ທີ່ຫວຽດນາມ ພວມມີຄວາມຕ້ອງການ, ເປັນຕົ້ນແມ່ນວິທະຍາສາດ, ເຕັກໂນໂລຢີ, ວັດທະນະທຳ, ສິລະປະ.

ສະນັ້ນ, ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຈະຊຸກຍູ້ຂົງເຂດຮ່ວມມືຄື: ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ເສດຖະກິດ, ການຄ້າ, ການພົບປະແລກປ່ຽນປະຊາຊົນ, ວິທະຍາສາດເຕັກໂນໂລຢີ, ການສຶກສາ-ບຳລຸງກໍ່ສ້າງ - ສາມາດເວົ້າໄດ້ວ່າມີລັກສະນະຮອບດ້ານ, ທັງມີບັນຫາວິໄສທັດໄລຍະຍາວ, ທັງມີບັນຫາຮີບເຮັ່ງໃນໄລຍະປະຈຸບັນ ຄື ຄວາມໝັ້ນຄົງດ້ານພະລັງງານ.

ນັກຂ່າວ: ຂໍຂອບໃຈທ່ານທູດຫຼາຍໆ!

ໂດຍ: ທູຈາງ