ປິດກອງປະຊຸມ ຄັ້ງທີ 55 ຄະນະປະຈຳສະພາແຫ່ງຊາດ
ຕອນເຊົ້າວັນທີ 19 ມີນາ, ຢູ່ຮ່າໂນ້ຍ, ກອງປະຊຸມ ຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຈັດວາລະປິດກອງປະຊຸມ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn |
ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ອົງການທີ່ກ່ຽວຂ້ອງກະກຽມບັນດາເນື້ອໃນ ແລະເງື່ອນໄຂທີ່ຈຳເປັນ, ຮັບປະກັນໃຫ້ກອງປະຊຸມ ຄັ້ງທີ 1, ສະພາແຫ່ງຊາດຫວຽດນາມ ຊຸດທີ XVI ໄດ້ຈັດຂຶ້ນຢ່າງມີວິທະຍາສາດ, ມີປະສິດທິຜົນ.
“ສືບຕໍ່ສຸມຈິດສຸມໃຈເປັນຢ່າງສູງ, ກະກຽມເນື້ອໃນ, ແຕ່ລະຂອດຢ່າງລະອຽດລະອໍທີ່ສຸດ, ຮັບປະກັນໃຫ້ທຸກວຽກງານ ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ຄົບຊຸດ ແລະຖືກຕາມຄວາມຄືບໜ້າ. ກ່ອນອື່ນໝົດ, ຕ້ອງກະກຽມດ້ານເນື້ອໃນບຸກຄະລາກອນຢ່າງລະອຽດລະອໍ. ທີ 2, ຕ້ອງສ້າງສຳເລັດ, ຮັບເອົາຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ ແລະສົ່ງເອກະສານທາງການຂອງບັນດາຮ່າງກົດໝາຍ, ມະຕິໃຫ້ສະມາຊິກສະພາແຫ່ງຊາດຜູ້ທີ່ໄດ້ຮັບເລືອກຕັ້ງໂດຍໄວ”.
ຄາດວ່າ, ທີ່ກອງປະຊຸມເທື່ອທີ 1 ສະພາແຫ່ງຊາດຫວຽດນາມ ຊຸດທີ XVI, ລັດຖະບານຈະຍື່ນສະເໜີຮ່າງກົດໝາຍ 09 ສະບັບ ແລະ ມະຕິ 01 ສະບັບ.
ແຫຼ່ງຄັດຈາກ: vovworld.vn