ທີ່ການຕ້ອນຮັບ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເນັ້ນໜັກເຖິງບົດບາດພິເສດຂອງສາຍພົວພັນຮ່ວມມືທີ່ເປັນມູນເຊື້ອ ແລະຄວາມສະໜິດຕິດພັນລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບກະຊວງປ້ອງກັນຄວາມສະຫງົບລາວ, ພ້ອມທັງຊົມເຊີນເລື່ອງທ່ານ ວັນທອງ ກອງມະນີ ໄດ້ຮັບເລືອກຕັ້ງເຂົ້າໃນຄະນະເລຂາທິການສູນກາງພັກ ແລະດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ໂຕເລິມ ເລຂາທິການໃຫຍ່ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນລະຫວ່າງກະຊວງຕຳຫຼວດຫວຽດນາມ ກັບກະຊວງປ້ອງກັນຄວາມສະຫງົບລາວ, ສົມເປັນແມ່ນໜຶ່ງໃນບັນດາຂົງເຂດເສົາຄໍ້າສຳຄັນໃນການພົວພັນລະຫວ່າງສອງປະເທດ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ໂຕເລິມ ເລຂາທິການໃຫຍ່ ສະເໜີວ່າ ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີການໜູນຊ່ວຍເຊິ່ງກັນ ແລະກັນ, ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການໃນການປະຕິບັດງານ, ກໍາແໜ້ນສະພາບການ, ສົມທົບກັນໃນການຕໍ່ສູ້ກັບການເຄື່ອນໄຫວມ້າງທໍາລາຍຂອງອິດທິກໍາລັງປໍລະປັກຢ່າງມີປະສິດທິຜົນ; ຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານການຫັນປ່ຽນໂດຍສັນຕິ, ການຈະລາຈົນໂຄ່ນລົ້ມ, ຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ, ເປັນຕົ້ນແມ່ນອາດຊະຍາກຳຢາເສບຕິດ; ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ກໍ່ສ້າງເສັ້ນຊາຍແດນລະຫວ່າງສອງປະເທດ ໃຫ້ສັນຕິພາບ, ໝັ້ນຄົງ, ພັດທະນາ; ສອງຝ່າຍເດັດດ່ຽວ, ຢຶດໝັ້ນບໍ່ປະໃຫ້ກຳລັງສັດຕູສວຍໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອມ້າງເພທຳລາຍປະເທດອື່ນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານພົນໂທ ວັນທອງ ກອງມະນີ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ໂຕເລິມ ຮັບຊາບກ່ຽວກັບສະພາບການຂອງລາວ ໃນຫວ່າງມໍ່ໆມານີ້, ການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII, ສະພາບການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ກັບກະຊວງຕໍາຫຼວດຫວຽດນາມ.

ທ່ານພົນໂທ ວັນທອງ ກອງມະນີ ຢືນຢັນວ່າ ກະຊວງປ້ອງກັນຄວາມສະຫງົບລາວ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ, ປະສານສົມທົບກັບກະຊວງຕຳຫຼວດຫວຽດນາມ ຢ່າງແໜ້ນແຟ້ນໃນການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໃນທຸກສະຖານະການ, ປະກອບສ່ວນຮັກສາ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນສາມັກຄີແບບພິເສດ ລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາ.

ໂດຍ: ທູຈາງ