ທີ່ການຕ້ອນຮັບ, ທ່ານ ຈິ້ງວັນກວຽດ ສະແດງຄວາມຂອບໃຈຕໍ່ອາລົມຈິດອັນດີງາມ ແລະການສະໜັບສະໜູນອັນລໍ້າຄ່າຂອງພັກ, ລັດ ແລະປະຊາຊົນກູບາ ສະຫງວນໃຫ້ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍຄືໃນກິດຈະການປ່ຽນແປງໃໝ່; ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບການຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ປະສົບຜົນສໍາເລັດ, ວຽກງານສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ແລະບັນດາມະຕິຍຸດທະສາດແນໃສ່ຫັນເປົ້າໝາຍພັດທະນາຂອງຫວຽດນາມ ເປັນລະອຽດ.

leftcenterrightdel
ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ຕ້ອນຮັບທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Rogelio Polanco Fuentes ຊົມເຊີຍຜົນສໍາເລັດອັນດີງາມຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະການເລືອກຕັ້ງທີ່ສໍາຄັນໃນຫວ່າງມໍ່ໆມານີ້, ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມ, ຄວາມໄວ້ເນື້ອເຊື່ອໃຈສູງ ແລະຄວາມຫວັງບືນຂຶ້ນຂອງປະຊາຊົນຫວຽດນາມ ໃນສັງກາດໃໝ່; ຕີລາຄາສູງບົດບາດສໍາຄັນຂອງຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ໃນການປັບປຸງແນວຄິດດ້ານການເມືອງ, ກໍານົດທິດວຽກງານໂຄສະນາ, ຂົນຂວາຍປະຊາຊົນ ເມື່ອປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ໃນປະຊາຊົນ; ສແດງຄວາມຂອບໃຈອັນເລິກເຊິ່ງຕໍ່ການສະໜັບສະໜູນ, ຄວາມສາມັກຄີ, ການຮ່ວມມືອັນດີງາມຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ກູບາ ໃນໄລຍະຫຍຸ້ງຍາກພິເສດຄືໃນປະຈຸບັນ.

leftcenterrightdel
ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ຕ້ອນຮັບທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຈິ້ງວັນກວຽດ ໄດ້ແລກປ່ຽນກັບທ່ານ Rogelio Polanco Fuentes ກ່ຽວກັບຈຸດສຸມການຮ່ວມມືລະຫວ່າງສອງພັກໃນຂົງເຂດແນວຄິດ, ໂຄສະນາສຶກສາ, ພິມຈໍາໜ່າຍ; ເຫັນດີສົມທົບກັນຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງ ກັບຄະນະແນວຄິດສູນກາງກູບາ. ທ່ານ ຈິ້ງວັນກວຽດ ຢືນຢັນວ່າ ພັກ, ລັດ, ປະຊາຊົນຫວຽດນາມ ຍາມໃດກໍ່ຕິດຕາມ ແລະຄຽງບ່າຄຽງໄຫຼ່ພ້ອມກັບພັກ, ລັດ ແລະປະຊາຊົນກູບາ; ສະແດງຄວາມເຊື່ອໝັ້ນວ່າ ພັກກອມມູນິດກູບາ ດ້ວຍຄຸນທາດການເມືອງອັນໜັກແໜ້ນ, ມີສະຕິປັນຍາ ແລະປະສົບການປະຕິວັດທີ່ອຸດົມສົມບູນ ຈະປັບປຸງຄວາມສາມັກຄີໃນທົ່ວພັກ, ທົ່ວປວງຊົນຢ່າງບໍ່ຢຸດຢັ້ງ, ມີມາດຕະການແກ້ໄຂທີ່ເໝາະສົມເພື່ອຜ່ານຜ່າທຸກສິ່ງທ້າທາຍ, ຢຶດໝັ້ນຕໍ່ເປົ້າໝາຍການປະຕິວັດ.

ໂດຍ: ທູຈາງ