ອີຊີ ຮັບຮູ້ບາດກ້າວຄືບໜ້າໃນວຽກງານປ້ອງກັນ, ຕ້ານການຂຸດຄົ້ນ IUU ຂອງຫວຽດນາມ
ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍໝວດມາດຕະການແກ້ໄຂ, ໃນນັ້ນມີການປັບໄໝຢ່າງເຄັ່ງຂັດ, ຟ້ອງສານຕໍ່ກັບບັນດາກໍລະນີລະເມີດເຂດທະເລຕ່າງປະເທດ ແລະຂຸດຄົ້ນຢ່າງຜິດກົດໝາຍ...
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: vov.vn |
ຕອນບ່າຍວັນທີ 19 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ການຕ້ອນຮັບຄະນະກວດກາຂອງຄະນະກຳມະການເອີລົບ (ອີຊີ), ໂດຍທ່ານ Fernando Andresen Guimaraes, ຫົວໜ້າກົມຄຸ້ມຄອງມະຫາສະມຸດສາກົນ ແລະອາຊີບຫາປາແບບຍືນຍົງ, ເປັນຫົວໜ້າຄະນະເນື່ອງໃນໂອກາດການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຢືນຢັນວ່າ ເລື່ອງຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU) ບໍ່ພຽງແຕ່ເພື່ອຕອບສະໜອງຄວາມຮຽກຮ້ອງຂອງການສົ່ງອອກເທົ່ານັ້ນ, ຫາກສຳຄັນກວ່າແມ່ນຢືນຢັນກຽດສັກສີຂອງຊາດອີກດ້ວຍ. ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍໝວດມາດຕະການແກ້ໄຂ, ໃນນັ້ນມີການປັບໄໝຢ່າງເຄັ່ງຂັດ, ຟ້ອງສານຕໍ່ກັບບັນດາກໍລະນີລະເມີດເຂດທະເລຕ່າງປະເທດ ແລະຂຸດຄົ້ນຢ່າງຜິດກົດໝາຍ.
ສ່ວນທ່ານ Fernando Andresen Guimaraes ຕີລາຄາສູງຄຳໝັ້ນສັນຍາຢ່າງແຮງ ແລະບັນດາຄວາມຄືບໜ້າທີ່ໜ້າປະທັບໃຈຂອງ ຫວຽດນາມ ໃນໄລຍະຜ່ານມາ. ພິເສດແມ່ນວຽກງານຄົ້ນຫາຕົ້ນກຳເນີດສິນທະເລໄດ້ມີບາດກ້າວປົວແປງຫຼາຍພໍສົມຄວນ ເພື່ອຮັບປະກັນໃຫ້ສິນຄ້າທີ່ສົ່ງໄປສະຫະພາບເອີລົບ ຖືກຕ້ອງຕາມກົດໝາຍ. ທ່ານຖືວ່າ ຫວຽດນາມ ພວມໄປຖືກທິດ ແລະໃຫ້ຮູ້ວ່າ ອີຊີ ຈະສືບຕໍ່ຄຽງບ່າຄຽງໄຫຼ່, ໜູນຊ່ວຍດ້ານເຕັກນິກເພື່ອໃຫ້ຫວຽດນາມ ບັນລຸເປົ້າໝາຍຄຸ້ມຄອງອາຊີບຫາປາແບບຍືນຍົງ.
ແຫຼ່ງຄັດຈາກ: vovworld.vn