ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຍີ່ປຸ່ນ
ກປ.ອອນໄລ - ຕອນບ່າຍວັນທີ 18 ເມສາ, ທີ່ຮ່າໂນ້ຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ ເພື່ອແລກປ່ຽນມາດຕະການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Ito Naoki ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ. ພາບ: VGP |
ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງດີງາມ, ປະກອບສ່ວນຢ່າງຕ້ັງໜ້າເຂົ້າສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ພາກພື້ນ ແລະໃນໂລກ. ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍເຮັດໃຫ້ການພົວພັນໃນຂົງເຂດການເມືອງ, ການພົວພັນຕ່າງປະເທດ, ເສດຖະກິດໃຫ້ມີປະສິດທິຜົນ, ເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຢີ, ຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ຖ່າຍທອດເຕັກໂນໂລຢີທັນສະໄໝ, ຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ, ບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສືບຕໍ່ເປີດກວ້າງຕະຫຼາດໃຫ້ກັນ; ຍີ່ປຸ່ນໜູນຊ່ວຍກ່ຽວກັບເງິນທຶນ, ເຕັກໂນໂລຢີ, ຊຸກຍູ້ບັນດາກຸ່ມບໍລິສັດຍີ່ປຸ່ນ ລົງທຶນເຂົ້າຫວຽດນາມ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: VGP |
ສ່ວນທ່ານ Ito Naoki ຢືນຢັນວ່າ ຍີ່ປຸ່ນ ຖືເປັນສໍາຄັນການພົວພັນກັບຫວຽດນາມ ແລະປາດຖະໜາຢາກຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ, ໂດຍສະເພາະແມ່ນບັນດາຂົງເຂດເຊິ່ງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ແລກປ່ຽນ. ທ່ານເອກອັກຄະລັດຖະທູດ ຖືວ່າ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່-ສັງກາດບືນຕົວຂຶ້ນຂອງປະເທດພັດທະນາຮ່ັງມີເຂັ້ມແຂງ, ສິວິໄລ, ວັດທະນາຖາວອນ ແລະຢັ້ງຢືນຍີ່ປຸ່ນ ຍັງຈະແມ່ນຄູ່ຮ່ວມມືດີທີ່ສຸດຂອງຫວຽດນາມ ໃນໄລຍະນີ້.
ໂດຍ: ໄຊນີດາ