ຕອນເຊົ້າວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ, ຫົວໜ່ວຍເລືອກຕັ້ງເລກ 1 ໄດ້ພົບປະກັບຜູ້ມີສິດເລືອກຕັ້ງບັນດາເມືອງ: ບາດິ່ງ, ຮາຍບ່າຈຶງ, ດົ່ງດາ ກ່ອນທີ່ຈະກອງປະຊຸມຄັ້ງທີ 9 ຂອງ ສະພາແຫ່ງຊາດຊຸດທີ XV.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ຮ່າໂນ້ຍ. ພາບ: vov.vn

ພາຍຫຼັງຮັບຟັງຄຳເຫັນຂອງຜູ້ມີສິດເລືອກຕັ້ງ, ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ໃນສະພາບການໂລກ, ພາກພື້ນພວມມີການຜັນແປທີ່ສັບສົນ, ຫວ່າງແລ້ວນີ້ແມ່ນຜົນກະທົບຢ່າງແຮງຂອງນະໂຍບາຍພາສີອາກອນຂອງອາເມລິກາ ໄດ້ວາງອອກສິ່ງທາທາຍໃໝ່ຫຼາຍຢ່າງ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ, ແຕ່ ຫວຽດນາມຢຶດໝັ້ນກັບເປົ້າໝາຍການເຕີບໂຕເສດຖະກິດທີ່ໄດ້ວາງອອກ.

ກ່ຽວກັບການສັບຊ້ອນຫົວໜ່ວຍບໍລິຫານ ແລະຈັດຕັ້ງອຳນາດການປົກຄອງສອງຂັ້ນ. ທ່ານເລຂາທິການໃຫຍ່ ໃຫ້ຮູ້ວ່າ ທຸກວຽກງານທີ່ກ່ຽວຂ້ອງພວມໄດ້ຮັບການປະຕິບັດຢ່າງຮີບດ່ວນ, ບໍ່ປະໃຫ້ຊັກຊ້າ, ການກວດກາ, ຄວບຄຸມຄວາມຄືບໜ້າໄດ້ປະຕິບັດແຕ່ລະວັນ.

ແຫຼ່ງຄັດຈາກ: ວິທະຍຸກະຈາຍສຽງຫວຽດນາມ