ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ທີ່ສຸດ ແລະໄວ້ເນື້ອເຊື່ອໃຈທີ່ສຸດຂອງລັດເຊຍ ຢູ່ອາຊີຕາເວັນອອກສ່ຽງໃຕ້
ກປ.ອອນໄລ - ສືບຕໍ່ລາຍການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ, ວັນທີ 3 ເມສາ, ທີ່ມົດສະກູ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບທ່ານນາງ Valentina Matvienko ປະທານສະພາສະຫະພັນລັດເຊຍ (ສະພາສູງ) ສະພາແຫ່ງຊາດສະຫະພັນລັດເຊຍ.
ທ່ານນາງ Valentina Matvienko ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືໃຫຍ່ທີ່ສຸດ ແລະໄວ້ເນື່ອເຊື່ອໃຈທີ່ສຸດຂອງລັດເຊຍ ຢູ່ອາຊີຕາເວັນອອກສ່ຽງໃຕ້; ຕີລາຄາສູງບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້; ຖືວ່າເລື່ອງສອງປະເທດເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາຊ່ອງທາງແມ່ນກາລະໂອກາດດີທີ່ສຸດ ເພື່ອແລກປ່ຽນມາດຕະການຊຸກຍູ້ການພົວພັນ ແລະຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດກວ່າອີກ.
    |
 |
|
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດຮັກສາທີ່ຕ້ັງສໍາຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສະຫະພັນລັດເຊຍ. ທ່ານ ບຸ່ຍແທັງເຊີນ ປາດຖະໜາຢາກສະພາສະຫະພັນ ສືບຕໍ່ສົມທົບກັນຢ່່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ຕິດຕາມກວດກາ, ຊຸກຍູ້ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ບັນລຸໄດ້ລະຫວ່າງການນໍາຂັ້ນສູງ ແລະລັດຖະບານສອງປະເທດໃຫ້ມີປະສິດທິຜົນ; ສະເໜີສະພາສະຫະພັນ ສືບຕໍ່ເປັນຂົວຕໍ່ຊ່ວຍໃຫ້ບັນດາແຂວງ, ນະຄອນຂອງຫວຽດນາມ ເຊື່ອມຕໍ່, ສ້າງຕັ້ງການພົວພັນຮ່ວມມືກັບທ້ອງຖິ່ນຂອງລັດເຊຍ, ຜັນຂະຫຍາຍການຮ່ວມມືດ້ວຍໝາກຜົນລະອຽດ, ແທດຈິງບົນພື້ນຖານບັນດາຂໍ້ຕົກລົງທີ່ໄດ້ລົງນາມ.
ໃນວັນດຽວກັນ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Alexey Overchuk ຮອງນາຍົກລັດຖະມົນຕີສະຫະພັນລັດເຊຍ.
ຮອງນາຍົກລັດຖະມົນຕີສອງທ່ານ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນກ່ຽວກັບເສດຖະກິດ-ການຄ້າ, ການລົງທຶນ. ທ່ານ ບຸ່ຍແທັງເຊີຍ ສະເໜີຝ່າຍລັດເຊຍ ດ້ວຍບົດບາດສໍາຄັນໃນສໍາພັນທະມິດເສດຖະກິດອາຊີ-ເອີລົບ, ຊຸກຍູ້ບັນດາປະເທດສະມາຊິກຕົກລົງຍົກເລິກມາດຕະການປົກປ້ອງຕໍ່ກັບຜະລິດຕະພັນສົ່ງອອກຂອງຫວຽດນາມ; ຊອກຫາທິດລົງທຶນໃໝ່, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງປະເທດລົງທຶນຢູ່ຜືນແຜ່ນດິນຂອງກັນ; ສະເໜີສອງຝ່າຍຄວນມາພະຍາຍາມກວ່າອີກ ເພື່ອເພີ່ມທະວີການເຊື່ອມຕໍ່ການບິນໂດຍກົງ, ຊຸກຍູ້ການທ່ອງທ່ຽວ, ອໍານວຍຄວາມສະດວກໃຫ້ການໄປມາຂອງປະຊາຊົນ ແລະພົບປະແລກປ່ຽນປະຊາຊົນ...
ໂດຍ: ໄຊນີດາ