ປະທານປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໂດມິນິການາ
ກປ.ອອນໄລ - ວັນທີ 20 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກືອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Jaime Francisco Rodriguez ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໂດມິນິການາ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ.
    |
 |
ທ່ານ ເລືອງເກືອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Jaime Francisco Rodriguez ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໂດມິນິການາ. ພາບ: ຈູງຮ໊ຽວ |
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກືອງ ຊົມເຊີຍທ່ານເອກອັກຄະລັດຖະທູດ Jaime Francisco Rodriguez ໄດ້ປະຕິບັດສໍາເລັດໜ້າທີ່ການທູດຢ່າງຈົບງາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາສາຍພົວພັນຮ່ວມມື ແລະມິດຕະພາບ ຫວຽດນາມ-ສາທາລະນະລັດ ໂດມິນິການາ. ທ່ານປະທານປະເທດ ເລືອງເກືອງ ຢືນຢັນວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍໃນແນວທາງພົວພັນຕ່າງປະເທດຂອງຫວຽດນາມ ແມ່ນສືບຕໍ່ຊຸກຍູ້ ແລະເພີ່ມທະວີການພົວພັນກັບບັນດາປະເທດ, ໃນນັ້ນມີບັນດາປະເທດອາເມລິກາລາຕິນ ແລະສາທາລະນະລັດ ໂດມິນິການາ. ຫວຽດນາມ ຖືເປັນສຳຄັນບົດບາດ ແລະທີ່ຕັ້ງຂອງສາທາລະນະລັດ ໂດມິນິການາ ຢູ່ພາກພື້ນອາເມລິກາລາຕິນ; ປາດຖະໜາຢາກພັດທະນາການຮ່ວມມືຮອບດ້ານ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ສອງພາກພື້ນ.
ທ່ານປະທານປະເທດ ເລືອງເກືອງ ຖືວ່າ ການແລກປ່ຽນການຄ້າສອງຝ່າຍລະຫວ່າງສອງປະເທດໄດ້ມີບາດກ້າວພັດທະນາໃນໄລຍະຜ່ານມາ, ແຕ່ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງແຕ່ລະປະເທດ. ສະນັ້ນ, ສອງຝ່າຍຕ້ອງສົມທົບກັນເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນກວ່າອີກ.
    |
 |
ທ່ານ ເລືອງເກືອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Jaime Francisco Rodriguez ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໂດມິນິການາ. ພາບ: ຈູງຮ໊ຽວ |
ສ່ວນທ່ານເອກອັກຄະລັດຖະທູດ Jaime Francisco Rodriguez ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ການພົວພັນລະຫວ່າງສອງປະເທດໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າໃນທຸກຂົງເຂດ; ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງຫວຽດນາມໃນໄລຍະຜ່ານມາ, ຖືວ່ານັ້ນເປັນແບບຢ່າງເພື່ອໃຫ້ສາທາລະນະລັດ ໂດມິນິການາ ປະຕິບັດຕາມ; ເນັ້ນໜັກວ່າ, ລັດຖະບານ ແລະປະຊາຊົນ ສາທາລະນະລັດ ໂດມິນິການາ ຍາມໃດກໍ່ມີຄວາມຮັກແພງພິເສດຕໍ່ປະເທດ ແລະຊາວຫວຽດນາມ.
ໂດຍ: ເຈິ່ນຮວ່ຽນ