ຮອງນາຍົກລັດຖະມົນຕີ ຫງວຽນຈີ້ຢຸງ ຢ້ຽມຢາມ ແລະເຮັດວຽກຢູ່ ຈີນ
ກປ.ອອນໄລ - ຕອນເຊົ້າວັນທີ 18 ມີນາ, ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ຈີນ, ທ່ານ ຫງວຽນຈີ້ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Tan Fei Fan, ເຈົ້າຄອງນະຄອນ Ning Bo, ແຂວງ Zhe Jiang ແລະເຮັດວຽກຢູ່ເຂດການຄ້າເສລີ Ning Bo (FTZ).
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາຢາກເພີ່ມທະວີການແລກປ່ຽນ ແລະຖອດຖອນບົດຮຽນຂອງຈີນ ກ່ຽວກັບການຍູ້ແຮງການພັດທະນາເສດຖະກິດພາກເອກະຊົນ, ພັດທະນາເຂດການຄ້າເສລີ, ບັນດານະໂຍບາຍປະຕິຮູບ ແລະເປີດປະຕູບຸກທະລຸຂອງ ຈີນ ເວົ້າລວມ, ແຂວງ Zhe Jiang ແລະນະຄອນ Ning Bo ເວົ້າສະເພາະ.
    |
 |
ທ່ານ ຫງວຽນຈີ້ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ຢ້ຽມຢາມເຂດ Ning Bo, ເຂດການຄ້າເສລີ Zhe Jiang. ພາບ: baochinhphu.vn |
ທ່ານ Tan Fei Fan ຢືນຢັນວ່າ ອົງຄະນະພັກ, ອໍານາດການປົກຄອງນະຄອນ Ning Bo ຖືເປັນສໍາຄັນການພົວພັນຮ່ວມມືກັບຫວຽດນາມ ແລະແບ່ງປັນບັນດາໝາກຜົນຕັ້ງໜ້າໃນການພົວພັນຮ່ວມມືກັບຫວຽດນາມ ກ່ຽວກັບດ້ານການຄ້າ, ການລົງທຶນ ກໍ່ຄືການພົວພັນຮ່ວມມືກັບບັນດາທ້ອງຖິ່ນ, ເປັນຕົ້ນແມ່ນນະຄອນຫາຍຟ່ອງ ແລະສ້າງຕັ້ງສາຍການບິນໂດຍກົງກັບນະຄອນໂຮ່ຈີມິນ. ທ່ານ Tan Fei Fan ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ສືບຕໍ່ພັດທະນາຢ່າງແຮງກວ່າອີກ, ພິເສດແມ່ນການຮ່ວມມືດ້ານການຄ້າສາກົນ ແລະພັດທະນາອຸດສາຫະກຳໃນໄລຍະຈະມາເຖິງ; ເນັ້ນໜັກເຖິງບົດບາດເປັນແບບຢ່າງຂອງເຂດ FTZ Ning Bo ໃນການນຳໜ້າສ້າງ ແລະຜັນຂະຫຍາຍທົດລອງນະໂຍບາຍພັດທະນາເຂດການຄ້າເສລີຈີນ.
ຢ້ຽມຢາມ ແລະເຮັດວຽກຢູ່ເຂດ FTZ Ning Bo ຂຶ້ນກັບແຂວງ Zhe Jiang, ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະການພົວພັນຮ່ວມມືອັນດີງາມລະຫວ່າງ 2 ປະເທດ, ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ການນຳຂອງເຂດ FTZ Ning Bo ແບ່ງປັນບັນດານະໂຍບາຍ, ຮູບແບບ ແລະບົດຮຽນປະສົບການໃນການພັດທະນາເຂດການຄ້າເສລີ, ພິເສດແມ່ນບັນດານະໂຍບາຍທີ່ພວມນຳໃຊ້ທົດລອງຢູ່ເຂດ FTZ Ning Bo ກໍ່ຄືບັນດານະໂຍບາຍຈຳເພາະເພື່ອໜູນຊ່ວຍການພັດທະນາເສດຖະກິດພາກເອກະຊົນ...
* ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຈີນ ຂອງທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ້ຢຸງ, ຄະນະປະຕິບັດງານ ກໍ່ໄດ້ມີການເຮັດວຽກກັບຄະນະກຳມະການປະຕິຮູບ ແລະພັດທະນາ, ສະຫະພັນອຸດສາຫະກຳ ແລະການຄ້າແຂວງ Zhe Jiang, ຢ້ຽມຢາມ ແລະເຮັດວຽກຢູ່ກຸ່ມບໍລິສັດ Alibaba ແລະກຸ່ມບໍລິສັດ Da Hua.
ໂດຍ: ທະນາພອນ