leftcenterrightdel
ພະນັກງານ, ພາລະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ປະຈຳ ສິງກະໂປ ຕ້ອນຮັບທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ

ບາດກ້າວໃໝ່ໃນການຮ່ວມມືຫວຽດນາມ - ສິງກະໂປ

ຕອນບ່າຍວັນທີ 11 ມີນາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະການນຳຂອງບາງກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ເປັນສັກຂີພິຍານພິທີປະກາດສາຍການບິນໂດຍກົງສິງກະໂປ - ຝູກວກ; ພິທີລົງນາມໃນຂໍ້ຕົກລົງການໜູນຊ່ວຍຊື້ເຮືອບິນມູນຄ່າ 300 ລ້ານໂດລາສະຫະລັດກັບ Carlyle Aviation Partners;  ລົງນາມໃນສັນຍາຮ່ວມມືກັບບໍລິສັດ Satair, ເປັນຂີດໝາຍບາດກ້າວໃໝ່ໃນການຮ່ວມມືຫວຽດນາມ - ສິງກະໂປ, ເພີ່ມທະວີການເຊື່ອມຕໍ່ ແລະພັດທະນາແບບຍືນຍົງລະຫວ່າງສອງປະເທດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະບັນດາຜູ້ແທນໄດ້ດຳເນີນພິທີເປີດສາຍການບິນ ຝູກວກ - ສິງກະໂປ ຂອງ Vietjet Air. ພາບ: ສໍານັກຂ່າວສານຫວຽດນາມ

ສາຍການບິນໃໝ່ ຝູກວກ-ສິງກະໂປ ຈະເປີດໃຫ້ບໍລິການໃນວັນທີ 30 ພຶດສະພາ 2025 ແລະຄາດວ່າຈະຮັບໃຊ້ຜູ້ໂດຍສານໄດ້ຫຼາຍກວ່າ 5 ແສນຄົນຕໍ່ປີ. ນີ້ແມ່ນສາຍການບິນທີ 4 ທີ່ເຊື່ອມຕໍ່ສິງກະໂປ ກັບຫວຽດນາມ, ຖັດຈາກນະຄອນໂຮ່ຈີມິນ, ຮ່າໂນ້ຍ ແລະ ດ່າໜັ້ງ.

ປັນຍາຊົນຢູ່ຕ່າງປະເທດປະກອບສ່ວນສ້າງສາປະເທດ

ຕອນບ່າຍວັນທີ 11 ມີນາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ພົບປະກັບປັນຍາຊົນທີ່ຢູ່ຕ່າງປະເທດຢູ່ສິງກະໂປ ເພື່ອປຶກສາຫາລື, ຮັບຟັງຂໍ້ສະເໜີແນະ, ຂໍ້ສະເໜີນະໂຍບາຍພັດທະນາ.

ກ່າວຄຳເຫັນທີ່ການພົບປະ, ທ່ານ ໂຕເລິມ ໄດ້ຕີລາຄາສູງບັນດາຄໍາເຫັນປະກອບຢ່າງຕັ້ງໜ້າຂອງບັນດາຊາວຫວຽດນາມ ທີ່ຢູ່ຕ່າງປະເທດ, ນັກຊ່ຽວຊານ, ນັກປັນຍາຊົນ ຖືວ່າ ບັນດາຂໍ້ສະເໜີນີ້ໄດ້ປະກອບສ່ວນຊ່ວຍໃຫ້ຫວຽດນາມ ເຂົ້າເຖິງຜົນງານດ້ານວິທະຍາສາດທີ່ກ້າວໜ້າ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ ແລະພັດທະນາເສດຖະກິດແບບຍືນຍົງ. ທ່ານເລຂາທິການໃຫຍ່ ຖືວ່າ: ໃນໄລຍະທີ່ປະເທດພວມກ້າວເຂົ້າສູ່ສັງກາດໃໝ່, ພັກ, ລັດ ແລະປະຊາຊົນຕ້ອງຮ່ວມແຮງຮ່ວມໃຈກັນ ເພື່ອຊ່ວຍຫວຽດນາມ ບັນລຸເປົ້າໝາຍພັດທະນາ, ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045, ປະຊາຊົນມີຊີວິດການເປັນຢູ່ຢ່າງອີ່ມໜຳສຳລານ ແລະມີຄວາມຜາສຸກ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄຳເຫັນທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ໂຕເລິມ ຮຽກຮ້ອງມາຍັງປັນຍາຊົນທີ່ຢູ່ຕ່າງປະເທດ ຈົ່ງໃຫ້ການຮ່ວມມືຢ່າງຕັ້ງໜ້າ, ສະໜອງຂໍ້ມູນຂ່າວສານໃຫ້ປະເທດ, ປະກອບສ່ວນສ້າງເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ, ໜູນຊ່ວຍຫວຽດນາມ ເຂົ້າເຖິງບັນດາເຕັກໂນໂລຢີທີ່ກ້າວໜ້າ, ບັນດາຮູບແບບການພັດທະນາທີ່ມີປະສິດທິຜົນຈາກ ສິງກະໂປ ແລະບັນດາປະເທດພັດທະນາອີກດ້ວຍ.

ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບບັນດາພະນັກງານ, ພາລະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ

ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ຕອນຄ່ຳວັນທີ 11 ມີນາ, ທ່ານ ໂຕເລິມ ແລະພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ພົບປະ, ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ສິງກະໂປ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ສິງກະໂປ ກ່ວາ 200 ຄົນ.

ໂອ້ລົມກັບພະນັກງານຂອງສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ, ທ່ານ ໂຕເລິມ ຖືວ່າ ການຢ້ຽມຢາມສິງກະໂປ ຄັ້ງນີ້ແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນສອງຝ່າຍທີສ້າງຕັ້ງມາດົນກ່ວາເຄິ່ງສັດຕະວັດ, ໄດ້ຮັບການທົດສອບຜ່ານການເວລາລະຫວ່າງ ຫວຽດນາມ ແລະ ສິງກະໂປ, ມຸ່ງໄປເຖິງສືບຕໍ່ນໍາການພົວພັນໃຫ້ເຂົ້າສູ່ລວງເລິກ, ເສີມຂະຫຍາຍປະສິດທິຜົນ, ແທດຈິງໃນທຸກຂົງເຂດ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາໄດ້ພົບປະກັບບັນດາພະນັກງານ, ພາລະກອນຂອງອົງການຜູ້ຕາງໜ້າ ແລະປະຊາຄົມຊາວຫວຽດນາມ ຢູ່ສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂອບເຂດການພົບປະກັບການນຳສິງກະໂປ, ທ່ານ ໂຕເລິມ ສືບຕໍ່ສະເໜີໃຫ້ຝ່າຍສິງກະໂປ ເອົາໃຈໃສ່ ແລະສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ທີ່ດຳລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢ່າງໝັ້ນຄົງ, ເຊື່ອມໂຍງຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດປະຈໍາຖິ່ນ ແລະການພົວພັນລະຫວ່າງສອງປະເທດ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໄດ້ຊົມເຊີຍບັນດາຜົນງານໃນການເຊື່ອມໂຍງຂອງປະຊາຄົມຊາວຫວຽດນາມ ຢູ່ ສິງກະໂປ ແລະສະແດງຄວາມຂອບອົກຂອບໃຈຕໍ່ການປະກອບສ່ວນຂອງຍາດຕິພີ່ນ້ອງສໍາລັບປະເທດຊາດ.

ຕາງໜ້າໃຫ້ພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ສິງກະໂປ ແລະປະຊາຄົມ, ທ່ານ ເຈີ່ນເຟືອກແອັງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ ໄດ້ຮັບເອົາຄຳເຫັນຊີ້ນໍາຂອງທ່ານ ໂຕເລິມ, ໃຫ້ຄຳໝັ້ນສັນຍາວ່າ ຈະຜັນຂະຫຍາຍປະຕິບັດຄຳຊີ້ນໍາຂອງທ່ານເລຂາທິການໃຫຍ່, ເປັນຂົວເຊື່ອມຕໍ່ທີ່ໝັ້ນຄົງໃຫ້ແກ່ການພົວພັນຫວຽດນາມ - ສິງກະໂປ ແລະສ້າງປະຊາຄົມຊາວຫວຽດນາມ ຢູ່ສິງກະໂປ ໃຫ້ນັບມື້ນັບແໜ້ນແຟ້ນ, ມຸ່ງໄປເຖິງບ້ານເກີດເມືອງນອນ.

ໂດຍ: ຈາງຫງວຽນ