ເຂົ້າຮ່ວມວາລະໄຂ ມີທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ José Ramos-Horta ປະທານປະເທດ ຕີມໍ ແລັດສະເຕ, ການນຳຂັ້ນສູງຂອງບັນດາປະເທດອາຊຽນ ແລະຄູ່ຮ່ວມມື, ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ...

ກ່າວຄຳເຫັນທີ່ວາລະໄຂ, ທ່ານ ຟ້າມມິງຈິ໊ງ  ຢືນຢັນວ່າ ເວທີປາໄສອະນາຄົດອາຊຽນ 2025 ແມ່ນເຫດການທີ່ມີຄວາມໝາຍທີ່ສຸດໃນຈຸດເວລາທີ່ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງປະຊາຄົມອາຊຽນ, 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ. ນີ້ກໍ່ແມ່ນປີທີ່ອາຊຽນ ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2045 ເພື່ອນຳອາຊຽນ ກ້າວເຂົ້າສູ່ສັງກາດໃໝ່ ມຸ່ງໄປເຖິງປະຊາຄົມສາມັກຄີ, ເອກະພາບໃນຄວາມຫຼາຍຮູບຫຼາຍແບບ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປ່ຽນແປງໃໝ່ປະດິດສ້າງ, ຖືປະຊາຊົນເປັນໃຈກາງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສອະນາຄົດອາຊຽນ 2025. ພາບ: ກວາງຟຸກ

ທ່ານ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ ໃນ 3 ທົດສະວັດທີ່ຮ່ວມເດີນທາງກັບອາຊຽນ ໄດ້ຢືນຢັນວິໄສທັດຍຸດທະສາດທີ່ຖືກຕ້ອງຂອງຫວຽດນາມ. ອາຊຽນ ກາຍເປັນຂົງເຂດຍຸດທະສາດ ແລະສະພາບແວດລ້ອມພັດທະນາທຳມະຊາດຂອງຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນການປັບປຸງຄວາມສາມັກຄີ, ເພີ່ມທະວີບົດບາດໃຈກາງ ແລະຊຸກຍູ້ການພັດທະນາແບບຍືນຍົງຂອງອາຊຽນ. ທ່ານ ຟ້າມມິງຈິ໊ງ  ໄດ້ເນັ້ນໜັກວ່າ ຫວຽດນາມ ມີຄວາມເຊື່ອໝັ້ນຢ່າງແຮງຕໍ່ຄວາມສາມັກຄີ, ຄວາມເປັນເອກະພາບ, ຈິດໃຈຮ່ວມມື, ພະລັງຊີວິດ ແລະຄຸນຄ່າຍຸດທະສາດຂອງອາຊຽນ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນການສ້າງປະຊາຄົມອາຊຽນ ສາມັກຄີ, ກວມລວມ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັນຫັນວິໄສທັດປະຊາຄົມອາຊຽນ 2045 ໃຫ້ປະກົດຜົນເປັນຈິງ, ເພື່ອຜົນປະໂຫຍດຂອງໝົດທຸກຄົນໃນພາກພື້ນ, ພ້ອມກັບບັນດາປະເທດສະມາຊິກ, ຄູ່ຮ່ວມມື ແລະເພື່ອນມິດສາກົນສືບຕໍ່ສ້າງໜ້າປະຫວັດສາດໃໝ່ທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈໃນວິວັດການພັດທະນາຂອງອາຊຽນ.

ພາຍຫຼັງວາລະເປີດ, ເວທີປາໄສອະນາຄົດອາຊຽນ 2025 ໄດ້ດຳເນີນວາລະປະຊຸມຄົບຄະນະກ່ຽວກັບ “ທ່າອ່ຽງໃຫຍ່ທີ່ກະທົບໃສ່ອາຊຽນ ແລະໂລກ ຮອດປີ 2035” ແລະ “ປັງປຸງບັນດາຫຼັກການພື້ນຖານຂອງອາຊຽນ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍໃນອະນາຄົດ”.

ເວທີປາໄສອະນາຄົດອາຊຽນ ແມ່ນຂໍ້ລິເລີ່ມໂດຍທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ປະກາດໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ຢູ່ ອິນໂດເນເຊຍ ໃນເດືອນ ກັນຍາ 2023. ນີ້ແມ່ນຂໍ້ລິເລີ່ມຫຼາຍຝ່າຍ ຊ່ອງ 1.5 ເຊິ່ງແມ່ນຂະໜາດໃຫຍ່ຄັ້ງທຳອິດຂອງຫວຽດນາມ ເພື່ອແນໃສ່ສ້າງເວທີປາໄສໃຫ້ບັນດາການນຳ, ນັກຊ່ຽວຊານ, ນັກຄົ້ນຄວ້າ, ວິສາຫະກິດ ແລະບັນດາຄູ່ຮ່ວມມືພ້ອມກັນແລກປ່ຽນ, ປຶກສາຫາລື ແລະສະເໜີແນວຄວາມຄິດ, ຂໍ້ລິເລີ່ມໃໝ່ເພື່ອປະກອບສ່ວນກຳນົດອະນາຄົດພັດທະນາຂອງອາຊຽນ ແລະຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື. ເວທີປາໄສອະນາຄົດອາຊຽນ 2025 ໄດ້ດຳເນີນໃນລະຫວ່າງວັນທີ 25 - 26 ກຸມພາ, ແມ່ນໜຶ່ງໃນບັນດາເຫດການຫຼາຍຝ່າຍໃຫຍ່ທີ່ສຸດຂອງຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີ 2025.

ໂດຍ: ຈາງຫງວຽນ