ທີ່ການພົບປະ,  ນາຍົກລັດຖະມົນຕີ 3 ທ່ານ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມືລະຫວ່າງ 3 ປະເທດ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຍູ້ແຮງຈາກການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 3 ປະເທດ ແລະພວມມີບາດກ້າວພັດທະນາຢ່າງແຂງແຮງ, ປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງ ແລະເພີ່ມພູນຄູນສ້າງການຮ່ວມມືລະຫວ່າງ 3 ປະເທດ ໃຫ້ນັບມື້ນັບພັດທະນາ. ບັນດາການນໍາ ໄດ້ເນັ້ນໜັກເຖິງຄວາມສຳຄັນໃນຍຸດທະສາດແຫ່ງໄມຕີຈິດມິດຕະພາບອັນສະໜິດສະໜົມ, ຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ລະຫວ່າງ 3 ປະເທດ, ແລະເຫັນດີສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ການຝຶກອົບຮົມຊາວໜຸ່ມ ແລະການນໍາໜຸ່ມ, ຍູ້ແຮງການໂຄສະນາເຜີຍແຜ່ໃຫ້ປະຊາຊົນຂອງ 3 ປະເທດ ເປັນຕົ້ນແມ່ນລຸ້ນໜຸ່ມກ່ຽວກັບຄວາມໝາຍ ແລະຄຸນຄ່າປະຫວັດສາດຂອງການພົວພັນຮ່ວມມືລະຫວ່າງ 3 ປະເທດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະທ່ານ Hun Manet ນາຍົກລັດຖະມົນຕີກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ນາຍົກລັດຖະມົນຕີ 3 ທ່ານ ຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມື ແລະການສົມທົບກັນລະຫວ່າງ 3 ປະເທດໃນການຮັບປະກັນຄວາມໝັ້ນຄົງ ແຫ່ງຊາດ, ສ້າງສາ ແລະພັດທະນາປະເທດ; ຮັກສາການພົບປະຂັ້ນສູງໃນທຸກຊ່ອງທາງຢ່າງເປັນປະຈຳ, ເພີ່ມທະວີການຮ່ວມມືລະຫວ່າງທ້ອງຖິ່ນ, ພິເສດແມ່ນບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ແລະການພົບປະແລກປ່ຽນປະຊາຊົນ; ຜັນຂະຫຍາຍບັນດາກົນໄກ ແລະຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ທັດສະນະ ແລະການຮ່ວມມືລະຫວ່າງກະຊວງ, ຂະແໜງການຕ່າງໆ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ທ່ານ Hun Manet ນາຍົກລັດຖະມົນຕີກຳປູເຈຍ ພ້ອມດ້ວຍບັນດາສະມາຊິກ. ພາບ: ສໍານັກຂ່າວສານຫວຽດນາມ

ການນຳທັງສາມທ່ານ ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສົມທົບກັນຢ່າງແໜ້ນແຟ້ນເພື່ອປົກປັກຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ຕ້ານ ແລະສະກັດກັ້ນອາດຊະຍາກຳປະເພດຕ່າງໆ; ຍຶດໝັ້ນຫຼັກການບໍ່ປະໃຫ້ບຸກຄົນ ຫຼືກຳລັງໃດນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອກໍ່ຄວາມເສຍຫາຍເຖິງຄວາມໝັ້ນຄົງຂອງປະເທດອື່ນ ພ້ອມກັນຮ່ວມແຮງຮ່ວມໃຈສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ.

ນາຍົກລັດຖະມົນຕີ 3 ທ່ານ ຍັງເຫັນດີສືບຕໍ່ມີນະໂຍບາຍ ແລະມາດຕະການເພື່ອອຳນວຍຄວາມສະດວກ ແລະສົ່ງເສີມການຄ້າ, ການລົງທຶນຕື່ມອີກ, ໃນນັ້ນເອົາໃຈໃສ່ເຖິງການຄ້າຊາຍແດນ ແລະເສີມຂະຫຍາຍລະບົບດ່ານຊາຍແດນທາງບົກລະຫວ່າງ 3 ປະເທດ; ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ເຊື່ອມຕໍ່ເສດຖະກິດຂອງ 3 ປະເທດ.

leftcenterrightdel
ນາຍົກລັດຖະມົນຕີ 3 ປະເທດ ຫວຽດນາມ - ລາວ - ກໍາປູເຈຍ ປະຊຸມເພື່ອຜັນຂະຫຍາຍຂໍ້ສະຫຼຸບການພົບປະລະຫວ່າງການນຳຂອງ 3 ພັກ. ພາບ: ສໍານັກຂ່າວສານຫວຽດນາມ

ນາຍົກລັດຖະມົນຕີ 3 ທ່ານ ຊົມເຊີຍ ແລະເຫັນດີສ້າງຕັ້ງກົນໄກຮ່ວມມືລະຫວ່າງລັດຖະມົນຕີກະຊວງວັດທະນະທໍາ, ທ່ອງທ່ຽວ 3 ທ່ານ ເພື່ອເປັນເອກະພາບຕໍ່ແຜນການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 3 ປະເທດ ແລະຜັນຂະຫຍາຍຮູບແບບການທ່ອງທ່ຽວ “ໜຶ່ງການເດີນທາງ, ສາມສະຖານທີ່ທ່ອງທ່ຽວ”. ບັນດາການນຳຍັງໄດ້ປຶກສາຫາລືບັນຫາພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເປັນເອກະສັນສົມທົບກັນຮັກສາຄວາມສາມັກຄີ ແລະຫຼັກໝັ້ນ, ບົດບາດໃຈກາງຂອງອາຊຽນ ໃນບັນຫາພາກພື້ນ; ກໍຄືຊຸກຍູ້ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.

ໂດຍ: ທູຈາງ