ທ່ານ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານກັບຈີນ, ຖືວ່າ ນີ້ແມ່ນບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດຂອງຫວຽດນາມ ເປັນຫຼາຍຮູບຫຼາຍແບບ. ປີ 2025 ແມ່ນປີທີ່ມີຄວາມໝາຍສໍາຄັນໃນການພົວພັນສອງປະເທດ, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ປັດຈຸບັນ, ທຸກຂັ້ນ, ທຸກຂະແໜງການຂອງສອງຝ່າຍພວມຕັ້ງໜ້າກະກຽມຈັດຕັ້ງບັນດາການ ຄື່ອນໄຫວທີ່ມີຄວາມໝາຍ ເພື່ອຂໍ່ານັບຮັບຕ້ອນບັນດາເຫດການສໍາຄັນນີ້. ທ່ານ ເຈິ່ນແທັງເໝິນ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມໃນການພົວພັນ ຫວຽດນາມ-ຈີນ ດ້ວຍໝາກຜົນພົ້ນເດັ່ນຫຼາຍຢ່າງ.
|
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ He Wei ເອກອັກຄະລັດຖະທູດ ຈີນ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ He Wei ຂອບໃຈ ທ່ານ ເຈິ່ນແທັງເໝິນ ໄດ້ສະຫຼະເວລາຕ້ອນຮັບ; ພ້ອມທັງສະແດງຄວາມເຄົາລົບນັບຖືຕໍ່ການປະກອບສ່ວນສໍາຄັນຂອງທ່ານ ເຈິ່ນແທັງເໝິນ ໃນການຊຸກຍູ້ການພົວພັນ ຈີນ-ຫວຽດນາມ ກໍຄື ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ; ຢັ້ງຢືນວ່າຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພັດທະນາການພົວພັນສອງປະເທດ ຂຶ້ນສູ່ລະດັບສູງໃໝ່.
ທ່ານ He Wei ຫວັງວ່າ ໃນໄລຍະຈະມາເຖິງ, ອົງການນິຕິບັນຍັດສອງປະເທດ ຈະສືບຕໍ່ເສີມຂະຫຍາບບົດບາດສໍາຄັນໃນການເພີ່ມທະວີພື້ນຖານສັງຄົມ; ຕິດຕາມກວດກາການປະຕິບັດຂໍ້ຕົກລົງຮ່ວມມືສໍາຄັນທີ່ສອງຝ່າຍ ໄດ້ລົງນາມ. ດ້ວຍການສະໜັບສະໜູນຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ທ່ານ He Wei ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ ແລະສະພາແຫ່ງຊາດຫວຽດນາມ ນັບມື້ນັບພັດທະນາ.
ທ່ານ ເຈິ່ນແທັງເໝິນ ສະເໜີສອງຝ່າຍຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ຢ່າງມີປະສິດທິຜົນ; ເຊື່ອໝັ້ນວ່າ ໃນອາຍຸການປະຕິບັດງານຢູ່ຫວຽດນາມ, ທ່ານ He Wei ຈະສືບຕໍ່ເພີ່ມທະວີການພົວພັນດ້ານການເມືອງ, ການທູດລະຫວ່າງສອງປະເທດ ແລະການຮ່ວມມືໃນຂົງເຂດການລົງທຶນ, ເສດຖະກິດ, ການຄ້າ, ການທ່ອງທ່ຽວກວ່າອີກ, ພິເສດແມ່ນເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກນິກ, ເຕັກໂນໂລຊີດີຈີຕອນ, ການສຶກສາ-ກໍ່ສ້າງ, ສາທາລະນະສຸກ, ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືດ້ານວັດທະນະທໍາ, ການທ່ອງທ່ຽວ... ສ້າງກໍາລັງໜູນໃຫ້ແກ່ການພັດທະນາ ຫວຽດນາມ-ຈີນ ໃນໄລຍະຈະມາເຖິງ.
ຕອນບ່າຍວັນດຽວກັນ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ຊົມເຊີຍສະຫາຍ Rogelio Polanco Fuentes ທີ່ໄດ້ຮັບຄວາມເຊື່ອໝັ້ນຈາກພັກ, ລັດກູບາ ທີ່ມອບໝາຍໜ້າ ທີ່ໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ກູບາ ປະຈໍາຫວຽດນາມ; ເຊື່ອໝັ້ນວ່າ ໃນຖານະຕໍາແໜ່ງຂອງຕົນ, ທ່ານ Rogelio Polanco Fuentes ຈະສົມທົບກັນຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມລະ ຫວ່າງ ພັກ, ລັດຫວຽດນາມ ແລະພັກ, ລັດກູບາ.
|
|
ທ່ານ ເຈິ່ນແທັງເໝິນ ປະທານ ສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານປະທານສະພາແຫ່ງຊາດຫວຽດນາມ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນໄລຍະຜ່ານມາ, ການພົວພັນດ້ານການເມືອງ, ການທູດລະຫວ່າງ ສອງປະເທດ ນັບມື້ນັບໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ. ທ່ານ ເຈິ່ນແທັງເໝິນ ຫວັງວ່າ ປີ 2025, ການນໍາຂັ້ນສູງ ແລະທຸກຂັ້ນຂອງສອງປະເທດ ຈະເພີ່ມທະວີການຢ້ຽມຢາມ, ແລກປ່ຽນ ແລະຖອດຖອນບົດຮຽນເຊິ່ງກັນ ແລະກັນ.
ສ່ວນທ່ານ Rogelio Polanco Fuentes ສະແດງຄວາມຂອບໃຈທ່ານ ເຈິ່ນແທັງເໝິນ ທີ່ໄດ້ສະຫຼະເວລາອັນມີຄ່າເພື່ອຕ້ອນຮັບຄະນະ; ພ້ອມທັງເນັ້ນໜັກວ່າ ການພົວພັນລະຫວ່າງຫວຽດນາມ ແລະກູບາ ພວມຢູ່ໃນໄລຍະພັດທະນາຮອບດ້ານ, ຍືນຍົງ. ພິເສດ, ກູບາ ພວມປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງປະເທດທີ່ການ ຢ້ຽມຢາມທາງລັດຖະກິດ ເຖິງກູບາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນເດືອນກັນຍາ ປີ 2024. ທ່ານ Rogelio Polanco Fuentes ຂອບໃຈຕໍ່ການໜູນຊ່ວຍ ເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ສະຫງວນ ໃຫ້ແກ່ກູບາ ໃນຂົງເຂດຄວາມໝັ້ນຄົງດ້ານສະບຽງອາຫານ; ໃຫ້ຮູ້ວ່າ ພາຍໃຕ້ການໜູນຊ່ວຍຂອງຫວຽດນາມ, ກູບາ ພວມຜັນຂະຫຍາຍຮູບແບບໃໝ່ກ່ຽວກັບການຮ່ວມມືຜະລິດກະສິກໍາ, ພິເສດແມ່ນການປູກເຂົ້າ.
ເນັ້ນໜັກວ່າ ປີ 2025 ແມ່ນ “ປີມິດຕະພາບຫວຽດນາມ-ກູບາ” ເມື່ອສອງປະເທດ ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ກໍແມ່ນປີສະເຫຼີມສະຫຼອງຫຼາຍເຫດການສໍາຄັນຢູ່ຫວຽດນາມ, ສອງຝ່າຍ ຢັ້ງຢືນວ່ານີ້ແມ່ນໂອກາດເພື່ອເພີ່ມທະວີການພົວພັນມິດຕະພາບ ແລະຄວາມສາມັກຄີຖານອ້າຍນ້ອງລະຫວ່າງຫວຽດນາມ ແລະກູບາ.
ໂດຍ: ໄຊຊະນະ