ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ໄດ້ແບ່ງປັນໃຫ້ທ່ານ ທອງລຸນ ສີສຸລິດ ຮັບຊາບໝາກຜົນອັນພົ້ນເດັ່ນຂອງການແລກປ່ຽນກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ແລະກອງປະຊຸມ ຄັ້ງທີ 47 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ກໍ່ຄືກອງປະຊຸມການຮ່ວມມື ແລະການລົງທຶນ ຫວຽດນາມ - ລາວ ປີ 2025; ເນັ້ນໜັກວ່າ ສອງຝ່າຍໄດ້ກວດກາຄືນການຮ່ວມມືສອງຝ່າຍໃນທຸກຂົງເຂດພາຍຫຼັງກອງປະຊຸມ ຄັ້ງທີ 46 ຄະນະກຳມະການລະຫວ່າງລັດຖະບານສອງປະເທດມາຮອດປະຈຸບັນ, ໄດ້ແກ້ໄຂຫຼາຍບັນຫາທີ່ຍັງຄົງຄ້າງ ແລະວາງອອກການກໍານົດທິດທາງຮ່ວມມືສອງຝ່າຍໃນປີ 2025.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: chinhphu.vn

ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ການພົວພັນສອງຝ່າຍສືບຕໍ່ເຂົ້າສູ່ລວງເລິກ ແລະແທດຈິງໃນທຸກຂົງເຂດ, ສຸມໃສ່ໃຫ້ມີຈຸດສຸມ, ຈຸດໃຈກາງ; ການຮ່ວມມືດ້ານການເມືອງນັບມື້ນັບໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະສະໜິດຕິດແໜ້ນ, ພິເສດແມ່ນການຮັກສາການພົບປະ, ແລກປ່ຽນຢູ່ຂັ້ນສູງ ແລະທຸກຂັ້ນຢ່າງເປັນປະຈໍາ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ແມ່ນເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ; ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ ເມື່ອວົງເງິນນຳເຂົ້າ-ສົ່ງອອກຂອງສອງຝ່າຍຄາດຄະເນບັນລຸລະດັບ 2,2 ຕື້ໂດລາສະຫະລັດ; ລື່ນກາຍລະດັບ 2 ຕື້ໂດລາສະຫະລັດ ທີ່ສອງຝ່າຍໄດ້ວາງອອກ, ສູ້ຊົນຍົກວົງເງິນການຄ້າສອງປະເທດຂຶ້ນເຖິງ 5 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: chinhphu.vn

ຄຽງຂ້າງນັ້ນ, ສືບຕໍ່ພ້ອມກັນໜູນຊ່ວຍກັນໃນການກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ; ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືລະຫວ່າງທ້ອງຖິ່ນສືບຕໍ່ພັດທະນາຢ່າງແຂງແຮງ...

ຊົມເຊີຍຜົນກອງປະຊຸມ ຄັ້ງທີ 47 ຄະນະກໍາມະການລະຫວ່າງລັດຖະບານສອງປະເທດ, ທ່ານ ທອງລຸນ ສີສຸລິດ ຕີລາຄາສູງຕໍ່ການຊີ້ນຳຢ່າງຂ້ຽວຂາດຂອງກົມການເມືອງຫວຽດນາມ, ພິເສດແມ່ນຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນການຜັນຂະຫຍາຍບັນດາຂໍ້ຕົກລົງ, ແຜນການຮ່ວມມືຂັ້ນສູງດ້ວຍຈຸດພົ້ນເດັ່ນແມ່ນການແກ້ໄຂຄວາມຫຍຸ້ງຍາກ ແລະຂໍ້ຕິດຂັດຂອງຫຼາຍໂຄງການຢ່າງສົມບູນ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: chinhphu.vn

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ຍັງສະແດງຄວາມເຫັນດີ ແລະຕີລາຄາສູງລັດຖະບານສອງປະເທດ, ບັນດາຄະນະ, ຂະແໜງການ, ທ້ອງຖິ່ນທີ່ໄດ້ມານະພະຍາຍາມ ແລະຕັດສິນໃຈຊຸກຍູ້ການຮ່ວມມືລະຫວ່າງສອງປະເທດຕາມທິດບຸກທະລຸ ແລະມີຈຸດໃຈກາງ, ຈຸດສຸມ; ສະເໜີໃຫ້ບັນດາອົງການ, ຄະນະ, ຂະແໜງການຂອງສອງປະເທດສຸມໃສ່ເປັນຢ່າງສູງ, ຕັ້ງໜ້າຜັນຂະຫຍາຍໝາກຜົນທີ່ການນຳສອງປະເທດໄດ້ເຫັນດີ; ພ້ອມກັນນັ້ນ, ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ ລາວ-ຫວຽດນາມ, ເປັນຕົ້ນແມ່ນການເຊື່ອມຕໍ່ດ້ານການເງິນ, ພື້ນຖານໂຄງລ່າງ, ຄົມມະນາຄົມ, ພະລັງງານ, ໂທລະຄົມມະນາຄົມ, ການທ່ອງທ່ຽວ...

ໂດຍ: ທູຈາງ