|
|
ບັນດາສະຫາຍການນໍາ, ອະດີດການນໍາພັກ, ລັດ ເຂົ້າຮ່ວມພິທີ. ພາບ: qdnd.vn |
ຕາງໜ້າການນໍາພັກ, ລັດ, ກ່າວຄໍາເຫັນທີ່ພິທີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ ເສີມຂະຫຍາຍໝາກຜົນຜ່ານການຈັດຕັ້ງສອງຄັ້ງ, ປີນີ້, ຄະນະຈັດຕັ້ງລາງວັນ ໄດ້ຮັບເອົາບັນດາບົດດ້ວຍການຊອກຄົ້ນທີ່ໃໝ່ອ່ຽມ, ປະດິດສ້າງ, ຈັບໃຈ, ຊວນເຊື່ອ, ໄດ້ຮັບການຮອງຮັບຈາກເພື່ອນຜູ້ອ່ານ ແລະການຕີລາຄາສູງຈາກຄະນະກໍາມະການປະກວດ. ຫຼາຍບົດ ໄດ້ຍົກໃຫ້ເຫັນຄວາມມານະພະຍາຍາມ, ຄວາມຕັດສິນໃຈປ່ຽນແປງໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວ, ໝາກຜົນສໍາຄັນ, ຮອບດ້ານພໍສົມຄວນໃນວຽກງານທຸກດ້ານຂອງສະພາແຫ່ງຊາດ ໃນປີ 2024.
|
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ກ່າວຄໍາເຫັນທີ່ພິທີມອບລາງວັນ. ພາບ: qdnd.vn |
ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 95 ປີ; ວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຄົບຮອບ 135 ປີ; ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ ຄົບຮອບ 50 ປີ; ວັນສະຖາປະນາປະເທດ ຄົບຮອບ 80 ປີ; ວັນເລືອກຕັ້ງສະພາແຫ່ງຊາດຫວຽດນາມ ທົ່ວປະເທດ ຄັ້ງທໍາອິດ ຄົບຮອບ 80 ປີ; ວັນສື່ມວນຊົນປະຕິວັດຫວຽດນາມ ຄັບຮອບ 100 ປີ, ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ບັນດານັກຂ່າວ ຈະສືບຕໍ່ເສີມຂະຫຍາຍນໍ້າໃຈຮັກອາຊີບດ້ວຍຈິດໃຈສົດໃສ, ປາກກາແຫຼມຄົມ, ປັນຍາໝັ້ນແກ່ນ, ຮ່ວມເດີນທາງພ້ອມກັບສະພາແຫ່ງຊາດ, ໂຄສະນາການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງທັນການ ກ່ຽວກັບວຽກງານນິຕິບັນຍັດ, ຕິດຕາມກວດກາສູງສຸດ, ຕັດສິນບັນດາບັນຫາສໍາຄັນຂອງປະເທດ. ພ້ອມກັນນັ້ນ, ນັກຂ່າວຕ້ອງສືບຕໍ່ຊອກຫາ, ຄົ້ນພົບຂໍ້ຕິດຂັດໃນການສ້າງກົດໝາຍ ແລະປະຕິບັດກົດໝາຍ; ບັນດາບັນຫາຮີບຮ້ອນຂອງປະຊາຊົນ, ວິສາຫະກິດ ເພື່ອສ່ອງແສງເຖິງສະພາແຫ່ງຊາດ, ສະພາປະຊາຊົນ, ມີມາດຕະການແກ້ໄຂຢ່າງທັນການ; ຊ່ວຍໃຫ້ສະພາແຫ່ງຊາດ, ສະພາປະຊາຊົນ ເຄື່ອນໄຫວນັບມື້ນັບມີປະສິດທິຜົນ, ປະສິດທິພາບ, ສົມກັບຄວາມເຊື່ອໝັ້ນຂອງຜູ້ມີສິດເລືອກຕັ້ງ ແລະປະຊາຊົນທົ່ວປະເທດ.
|
|
ມອບໃບຍ້ອງຍໍຂອງຫ້ອງວ່າການສະພາແຫ່ງຊາດ ໃຫ້ 20 ກົມກອງລວມໝູ່ທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ລາງວັນຢຽນຮົ່ງ ຄັ້ງທີສາມ. ພາບ: qdnd.vn |
|
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດ ມອບລາງວັນປະເພດ A ໃຫ້ບຸກຄົນ/ກຸ່ມ ທີ່ຍາດໄດ້ລາງວັນ. ພາບ: qdnd.vn |
ຈາກ 4.079 ບົດເຂົ້າຮ່ວມການປະກວດຂອງ 163 ອົງການສື່ມວນຊົນ, ຄະນະຈັດຕັ້ງ ໄດ້ຄັດເລືອກເອົາ 83 ບົດດີເດັ່ນທີ່ສຸດ ເພື່ອມອບລາງວັນ, ດ້ວຍລາງວັນປະເພດ A 8 ລາງວັນ, ລາງວັນປະເພດ B 15 ລາງວັນ, ລາງວັນປະເພດ C 20 ລາງວັນ, ລາງວັນຊົມເຊີຍ 40 ລາງວັນ. ໃນນັ້ນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ຍາດໄດ້ 2 ລາງວັນ (ລາງວັນປະເພດ B ແລະລາງວັນຊົມເຊີຍ).
|
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະບັນດາຜູ້ແທນ ພ້ອມກັບບຸກຄົນ/ກຸ່ມ ທີ່ຍາດໄດ້ລາງວັນຂອງໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn |
ພາຍຫຼັງພິທີມອບລາງວັນ, ສະຫາຍ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະຊີ້ນໍາ ໄດ້ປຸກລະດົມລາງວັນຢຽນຮົ່ງ ຄັ້ງທີສີ່ - ປີ 2026 ດ້ວຍຫົວຂໍ້ 80 ປີແຫ່ງສະພາແຫ່ງຊາດຫວຽດນາມ. ພິທີມອບລາງວັນຢຽນຮົ່ງ ຄັ້ງທີສີ່ - ປີ 2026 ຄາດວ່າຈະໄດ້ຈັດຕັ້ງໃນຕົ້ນເດືອນມັງກອນ ປີ 2026, ກົງກັບໂອກາດສະເຫຼີມສະຫຼອງວັນເລືອກຕັ້ງສະພາແຫ່ງຊາດຫວຽດນາມ ທົ່ວປະເທດ ຄັ້ງທໍາອິດ ຄົບຮອບ 80 ປີ (6-1-1946 / 6-1-2026).
ໂດຍ: ໄຊຊະນະ