leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Seah Kian Peng ປະທານສະພາແຫ່ງຊາດ ສິງກະໂປ. ພາບ: ທົ໊ງເຍິ້ດ

ທີ່ການພົບປະກັບທ່ານປະທານສະພາແຫ່ງຊາດ ສິງກະໂປ Seah Kian Peng, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖືວ່າ ຄວາມສາມາດບົ່ມຊ້ອນຂອງສອງປະເທດຍັງໃຫຍ່ຫຼວງ, ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນສະພາແຫ່ງຊາດຂັ້ນສູງ, ກຸ່ມສະມາຊິກລັດຖະສະພາໜຸ່ມ, ກຸ່ມສະມາຊິກລັດຖະສະພາຍິງ; ສືບຕໍ່ເສີມຂະຫຍາຍກົນໄກສົມທົບກັນຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ; ສະໜັບສະໜູນຫຼັກໝັ້ນຂອງກັນແລະກັນໃນບັນຫາພາກພື້ນ ແລະສາກົນ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Wan Muhamad Noor Matha ປະທານສະພາແຫ່ງຊາດ, ປະທານສະພາຕໍ່າໄທ. ພາບ: ທົ໊ງເຍິ້ດ

ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ, ປະທານສະພາຕໍ່າໄທ Wan Muhamad Noor Matha. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຕີລາຄາວ່າໄປຄຽງຄູ່ກັບການພົວພັນອັນດີງາມລະຫວ່າງສອງປະເທດ, ການພົວພັນລະຫວ່າງອົງການນິຕິບັນຍັດສອງປະເທດພວມໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ການນຳສະພາແຫ່ງຊາດສອງປະເທດເຫັນດີສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນໃນບັນຫາທະເລຕາເວັນອອກ, ຄື: ຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ພາກພື້ນບົນພື້ນຖານກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Igor Sergeyenko ປະທານສະພາຜູ້ແທນສະພາແຫ່ງຊາດ ເບລາຣຸດ. ພາບ: ທົ໊ງເຍິ້ດ

ທີ່ການຕ້ອນຮັບທ່ານປະທານສະພາຜູ້ແທນສະພາແຫ່ງຊາດ ເບລາຣຸດ Igor Sergeyenko. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ຕີລາຄາສູງຕໍ່ເລື່ອງສະພາຕໍ່າ ເບລາຣຸດ ໄດ້ສ້າງຕັ້ງກຸ່ມປະຕິບັດງານຮ່ວມມືກັບສະພາແຫ່ງຊາດຫວຽດນາມ, ພ້ອມທັງເຊື່ອໝັ້ນວ່າ ການສົມທົບຢ່າງແໜ້ນແຟ້ນລະຫວ່າງສອງກຸ່ມຈະຊ່ວຍຊຸກຍູ້ການແລກປ່ຽນບົດຮຽນນິຕິບັນຍັດ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນກ່ຽວກັບກົນໄກການເຄື່ອນໄຫວຂອງອົງການນິຕິບັນຍັດແຕ່ລະປະເທດ; ສະເໜີສອງກຸ່ມມີການແລກປ່ຽນ, ພົບປະ ແລະສ້າງແຜນການເຄື່ອນໄຫວລະອຽດໃນໄລຍະຈະມາເຖິງໂດຍໄວ.

ທ່ານປະທານສະພາຜູ້ແທນສະພາແຫ່ງຊາດ ເບລາຣຸດ  Igor Sergeyenko ຫວັງວ່າ ສອງຝ່າຍຈະຊຸກຍູ້ການຮ່ວມມືໃນຊ່ອງທາງສະມາຊິກລັດຖະສະພາມິດຕະພາບ ແລະສະເໜີຄວນຜັນຂະຫຍາຍຮູບການນີ້ໂດຍໄວຜ່ານການແລກປ່ຽນທາງອອນລາຍ; ຫວັງວ່າ ຫວຽດນາມ ຈະໜູນຊ່ວຍຊຸກຍູ້ການຮ່ວມມືລະຫວ່າງ ເບລາຣຸດ ກັບອາຊຽນ.

ໂດຍ: ເຈິ່ນຮວ່ຽນ