leftcenterrightdel
ບັນຍາກາດການພົບປະ. ພາບ: vov.vn

ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້ “ບົດບາດຂອງລັດຖະສະພາໃນການຊຸກຍູ້, ເຊື່ອມຈອດ ແລະການເຕີບໂຕແບບກວມລວມຂອງ ອາຊຽນ”. ດັ່ງນັ້ນ, ຕາມທ່ານປະທານສະພາແຫ່ງຊາດລາວ, ປະທານ ໄອປາ ໄຊສົມພອນ ພົມວິຫານ ແລ້ວ, ບັນດາປະເທດຈະດຳເນີນການແລກປ່ຽນ ແລະປຶກສາຫາລືຫຼາຍບັນຫາສຳຄັນກ່ຽວກັບດ້ານການເມືອງ, ເສດຖະກິດ, ສັງຄົມ, ແມ່ຍິງ, ຊາວໜຸ່ມ ແລະວຽກງານພາຍໃນຂອງ ໄອປາ.

ນອກຈາກນັ້ນແລ້ວ, ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45  ຍັງດຳເນີນການປຶກສາຫາລືກ່ຽວກັບບັນດາກົນໄກຮ່ວມມື, ເພື່ອແນໃສ່ໜູນຊ່ວຍວິໄສທັດ ອາຊຽນ ປີ 2025. ທ່ານປະທານສະພາແຫ່ງຊາດລາວ, ປະທານ ໄອປາ ໄຊສົມພອນ ພົມວິຫານ ເຊື່ອໝັ້ນວ່າ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ຈະຊ່ວຍໃຫ້ບັນດາປະເທດສະມາຊິກມີໂອກາດໄດ້ພົບປະ, ແລກປ່ຽນໃນການພັດທະນາການຮ່ວມມື, ຄວາມສາມັກຄີ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ພ້ອມທັງໄດ້ແລກປ່ຽນບັນດາທັດສະນະ ເພື່ອແນໃສ່ສ້າງຄວາມເປັນເອກະພາບ ແລະບັນລຸໝາກຜົນສູງ.

ແຫຼ່ງຄັດຈາກ: vovworld.vn