leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Zhang Jun ປະທານສານປະຊາຊົນສູງສຸດຈີນ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ ພັກ, ລັດ, ສະພາແຫ່ງຊາດຫວຽດນາມ ຢຶດໝັ້ນຖືການປັບປຸງ ແລະພັດທະນາການພົວພັນມິດຕະພາບ, ການຮ່ວມມືກັບຈີນ ແມ່ນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ, ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດ ເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານປະທານສະພາແຫ່ງຊາດຫວຽດນາມ ຕີລາຄາສູງຕໍ່ບັນດາໝາກຜົນ ທີ່ສານປະຊາຊົນສູງສຸດສອງປະເທດ ຫວຽດນາມ ແລະຈີນ ບັນລຸໄດ້ໃນໄລຍະຜ່ານມາ. ຕາມນັ້ນແລ້ວ, ສານປະຊາຊົນສູງສຸດສອງປະເທດ ໄດ້ລົງນາມຂໍ້ຕົກລົງຮ່ວມມື ໃນປີ 2018, ເປັນພື້ນຖານໃຫ້ແກ່ການຊຸກຍູ້ການເຄື່ອນໄຫວຮ່ວມມື. ການນໍາສານປະຊາຊົນສູງສຸດສອງປະເທດ ມີການຢ້ຽມຢາມ, ເຮັດວຽກເປັນປົກກະຕິ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື ແລະແລກປ່ຽນບົດຮຽນໃນການເຄື່ອນໄຫວພິພາກສາ. ສະພາແຫ່ງຊາດຫວຽດນາມ ກໍຕີລາຄາສູງຕໍ່ກົນໄກຮ່ວມມືກອງປະຊຸມສານບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງຫວຽດນາມ ແລະຈີນ, ເຊິ່ງໄດ້ຈັດຕັ້ງຄັ້ງທໍາອິດໃນເດືອນ ມິຖຸນາ 2023 ຢູ່ ຈີນ, ສ້າງຂີດໝາຍພັດທະນາໃໝ່ໃນການພົວພັນລະຫວ່າງສານສອງປະ ເທດ...

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Zhang Jun ປະທານສານປະຊາຊົນສູງສຸດຈີນ ພ້ອມກັບບັນດາຜູ້ແທນ. ພາບ: qdnd.vn

ໃນໄລຍະຈະມາເຖິງ, ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງສານປະຊາຊົນສູງສຸດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີໃຫ້ສານສອງປະເທດ ຕ້ອງແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສານສອງປະເທດ; ເພີ່ມທະວີຄວາມເຂົ້າໃຈກວ່າອີກກ່ຽວກັບລະບົບກົດໝາຍ ແລະຍຸຕິທໍາຂອງກັນ; ພ້ອມທັງແບ່ງປັນໃນຂົງເຂດປະຕິຮູບຕຸລາການ, ຮັບໃຊ້ການກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ ພາຍໃຕ້ການນໍາພາຂອງພັກກອມມູນິດ ແຕ່ລະປະເທດ; ຕັ້ງໜ້າເຂົ້າຮ່ວມບັນດາເວທີສາກົນ ແລະພາກພື້ນທີ່ສອງຝ່າຍເປັນພາຄີ.

ສ່ວນທ່ານ Zhang Jun ໄດ້ແບ່ງປັນບາງໝາກຜົນທີ່ພົ້ນເດັ່ນໃນການຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ ໃນຄັ້ງນີ້; ຢັ້ງຢືນວ່າ ຜ່ານການຢ້ຽມຢາມຍິ່ງມີຄວາມ ຢຶດໝັ້ນກວ່າອີກຕໍ່ການຕັດສິນໃຈປັບປຸງການພົວພັນຮ່ວມມື, ປະກອບສ່ວນໃຫ້ແກ່ການພົວພັນ ຫວຽດນາມ-ຈີນ. ທ່ານປະທານສານປະຊາຊົນສູງສຸດຈີນ ເຫັນດີກັບບັນດາຄໍາເຫັນຂອງທ່ານ ເຈິ່ນແທັງເໝິນ ກ່ຽວກັບການຮ່ວມມືລະຫວ່າງອົງການຕຸລາການສອງປະເທດ; ຢັ້ງຢືນວ່າ ດ້ວຍພື້ນຖານຂອງການພົວພັນລະຫວ່າງສອງພັກ, ສອງລັດ ທີ່ໄດ້້ສ້າງຕັ້ງໃນໄລຍະຜ່ານມາ, ຂະແໜງສານສອງປະເທດ ຈະພະຍາຍາມປະຕິບັດບົດບາດຂອງຕົນໃຫ້ເປັນຢ່າງດີເພື່ອເປັນບ່ອນອີງດ້ານນິຕິກໍາໃຫ້ແກ່ການເຄື່ອນໄຫວຮ່ວມມືສອງຝ່າຍ.

ໂດຍ: ໄຊຊະນະ