ເພື່ອເສີມຂະຫຍາຍຄຸນຄ່າການແຂ່ງຂັນຢ່າງສູງສຸດ, ສືບຕໍ່ເພີ່ມທະວີການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ຕ້ານທັດສະນະຜິດພາດ, ເປັນປໍລະປັກໃນໄລຍະການປະຕິວັດໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ສະເໜີວ່າ ຄວນເປັນເອກະພາບຕໍ່ຄວາມຮັບຮູ້ປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ຕ້ານທັດສະນະທີ່ຜິດພາດ, ເປັນປໍລະປັກແມ່ນການຕໍ່ສູ້ຊົນຊັ້ນໃນແນວຮົບດ້ານແນວຄິດ-ທິດສະດີການເມືອງ; ແມ່ນໜ້າທີ່ຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ໜ້າທີ່ສຳຄັນຂອງທົ່ວລະບົບການເມືອງໃນການກໍ່ສ້າງພັກ ແລະລະບົບການເມືອງ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ  ກ່າວຄຳເຫັນທີ່ພິທີມອບລາງວັນ. ພາບ: qdnd.vn

ການປົກປ້ອງພື້ນຖານແນວຄິດຂອງພັກ ແລະຕໍ່ສູ້ຕ້ານທັດສະນະຜິດພາດ,  ເປັນປໍລະປັກຕ້ອງຕິດພັນກັບການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມຢ່າງແໜ້ນແຟ້ນ, ຍົກສູງຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ, ນຳເອົາຄວາມອີ່ມໜໍາສໍາລານ ແລະຄວາມຜາສຸກມາໃຫ້ປະຊາຊົນ ແມ່ນປັດໄຈສຳຄັນທີ່ສຸດ. ຍຶດໝັ້ນ ແລະປົກປັກຮັກສາໄປຄຽງຄູ່ກັບການປັບປຸງ ແລະພັດທະນາພື້ນຖານແນວຄິດຂອງພັກ; ໝູນໃຊ້, ເພີ່ມເຕີມ ແລະພັດທະນາລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ແລະທິດສະດີກ່ຽວກັບແນວທາງປ່ຽນແປງໃໝ່; ...

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ  ແລະທ່ານ ເລືອງເກືອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ, ມອບລາງວັນໃຫ້ນັກປະພັນ ແລະກຸ່ມນັກປະພັນທີ່ຍາດໄດ້ລາງວັນ A. ພາບ: qdnd.vn

ທ່ານເລຂາທິການໃຫຍ່, ປະທານປະເທດ ເຊື່ອໝັ້ນວ່າ ດ້ວຍອິດທິພົນຊື່ສຽງ ແລະການແຜ່ຂະຫຍາຍທີ່ໄດ້ຮັບການສ້າງຕັ້ງຂຶ້ນ, ການແຂ່ງຂັນຂຽນບົດຄວາມການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ  ສືບຕໍ່ປ່ຽນແປງໃໝ່, ຕິດແທດກັບຄວາມຮຽກຮ້ອງຕ້ອງການພຶດຕິກໍາຕົວຈິງ, ຮັບໃຊ້ບັນດາໜ້າທີ່ການເມືອງຂອງອົງການ, ກົມກອງ, ທ້ອງຖິ່ນ ແລະປະເທດຊາດໃຫ້ນັບມື້ນັບມີປະສິດທິຜົນ,  ປະກອບສ່ວນສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ ໄວ້ຢ່າງໝັ້ນຄົງ.

leftcenterrightdel
ສະຫາຍ ຫງວຽນຊວນຖັງ ແລະສະຫາຍ ຫງວຽນຈ້ອງເຫງ້ຍ ມອບລາງວັນໃຫ້ບັນດານັກປະພັນ ແລະກຸ່ມນັກປະພັນທີ່ຍາດໄດ້ລາງວັນ B. ພາບ: qdnd.vn

ກ່າວຄຳເຫັນສະຫຼຸບການແຂ່ງຂັນປີ 2024, ສະຫາຍ ຫງວຽນຊວນຖັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິີມິນ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະຊີ້ນຳ 35 ສູນກາງ, ຫົວໜ້າຄະນະຊີ້ນຳການແຂ່ງຂັນ ໃຫ້ຮູ້ວ່າ, ພາຍຫຼັງການປະກວດຂັ້ນສູນກາງ 2 ຮອບ, ຄະນະຊີ້ນຳການແຂ່ງຂັນໄດ້ຄັດເລືອກເອົາບົດປະພັນດີເລີດ ແລະໝູ່ຄະນະພົ້ນເດັ່ນ ເພື່ອມອບລາງວັນ. ຜົນສຳເລັດຂອງການແຂ່ງຂັນປີນີ້ແມ່ນເປັນຈຸດພົ້ນເດັ່ນໃນການຈັດຕັ້ງປະຕິບັດມະຕິ 35, ພ້ອມກັນນັ້ນກໍ່ປະກອບສ່ວນອັນສຳຄັນເຂົ້າໃນວຽກງານກໍ່ສ້າງ ແລະປົກປ້ອງພື້ນຖານແນວຄິດຂອງພັກ. ໝາກຜົນທີ່ພົ້ນເດັ່ນໃນປີນີ້ແມ່ນຈໍານວນບົດປະພັນເຂົ້າຮ່ວມການແຂ່ງຂັນຫຼາຍທີ່ສຸດ, ມີ 468.792 ບົດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານພົນເອກ ເລືອງຕາມກວາງ  ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ມອບລາງວັນໃຫ້ບັນດານັກປະພັນ ແລະກຸ່ມນັກປະພັນທີ່ຍາດໄດ້ລາງວັນ C. ພາບ: qdnd.vn

ທີ່ພິທີມອບລາງວັນ, ຄະນະຊີ້ນຳ ແລະຄະນະຈັດຕັ້ງການແຂ່ງຂັນ ໄດ້ມອບລາງວັນໃຫ້ໝູ່ຄະນະທີ່ມີຜົນງານດີເດັ່ນ 20 ລາງວັນ; ລາງວັນສໍາລັບນັກຂຽນ ທີ່ມີອາຍູສູງສຸດ ແລະໜຸ່ມທີ່ສຸດທີ່ເຂົ້າຮ່ວມການປະກວດ;  ລາງວັນແງ່ຫວັງ 20 ລາງວັນ; ລາງວັນ A 12 ລາງວັນ, ລາງວັນ B 22 ລາງວັນ, ລາງວັນ C 37 ລາງວັນ ແລະລາງວັນຊົມເຊີຍ 63 ລາງວັນ.

ທີ່ພິທີມອບລາງວັນ, ສະຫາຍ ຫງວຽນຈ້ອງເຫງ້ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ຮອງຫົວໜ້າຄະນະຊີ້ນໍາ 35 ສູນກາງ ໄດ້ປຸກລະດົມການແຂ່ງຂັນຂຽນບົດວິເຄາະການເມືອງກ່ຽວກັບການປົກປ້ອງພື້ນຖານ ແນວຄິດຂອງພັກ ຄັ້ງທີ 5 - ປີ 2025.

ໂດຍ: ທະນາພອນ