ພາຍຫຼັງພິທີຕ້ອນຮັບທີ່ຈັດຕັ້ງຢ່າງສົມກຽດຢູ່ສະໜາມບິນສາກົນ Kazan, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ໃຫ້ການຕ້ອນຮັບທ່ານ Alexander Novak ຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ; ພ້ອມກັບທ່ານ Maksim Reshetnikov ລັດຖະມົນຕີກະຊວງພັດທະນາເສດຖະກິດ ແລະທ່ານ Anton Alikhanov ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການພົວພັນດ້ານການເມືອງ-ການທູດລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງຈົບງາມ, ພິເສດແມ່ນພາຍຫຼັງການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຂອງທ່ານປະທານາທິບໍດີ Vladimir Putin ເມື່ອເດືອນມິຖຸນາ 2024, ພ້ອມກັບການແລກປ່ຽນ, ພົບປະຂອງການນໍາຂັ້ນສູງສອງປະເທດ, ສືບຕໍ່ປັບປຸງພື້ນຖານການເມືອງ ທີ່ໄວ້ເນື້ອເຊື່ອໃຈ ເພື່ອໃຫ້ສອງປະເທດ ພັດທະນາການຮ່ວມມືໃນທຸກຂົງເຂດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຕ້ອນຮັບທ່ານ Alexander Novak ຮອງນາຍົກລັດຖະມົນຕີ ສະຫະພັນລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ສະແດງຄວາມຖືເປັນສໍາຄັນ ແລະການສະໜັບສະໜູນຂອງການນໍາພັກ, ລັດ ແລະລັດຖະບານຫວຽດນາມ ຕໍ່ບົດບາດປະທານ BRICS ຂອງລັດເຊຍ, ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖື ລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ; ຮັບຮູ້ບັນດາໝາກຜົນທີ່ຕັ້ງໜ້າໃນການພົວພັນຮ່ວມມືຫຼາຍດ້ານທີ່ສອງປະເທດບັນລຸໄດ້ພາຍຫຼັງການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Vladimir Putin; ປາດຖະໜາຢາກພ້ອມກັບລັດຖະບານລັດເຊຍ ຊອກຫາມາດຕະການຕ່າງໆເພື່ອເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ, ພິເສດແມ່ນໃນຂົງເຂດທີ່ສອງຝ່າຍມີທ່າແຮງ, ຄວາມສາມາດບົ່ມຊ້ອນ, ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.

ສ່ວນທ່ານ Alexander Novak ຮອງນາຍົກລັດຖະມົນຕີລັດເຊຍ ຢັ້ງຢືນວ່າ ປະທານາທິບໍດີ Vladimir Putin ແລະການນໍາລັດຖະບານລັດເຊຍ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ, ຖືຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນແຖວໜ້າຢູ່ພາກພື້ນອາຊີ-ປາຊີຟິກ; ພ້ອມທັງຂອບໃຈທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ເຂົ້າຮ່ວມກອງປະຊຸມບັນດາຜູ້ນໍາ BRICS ເປີດກວ້າງຢູ່ນະຄອນ Kazan; ຂອບໃຈຕໍ່ຄວາມເອົາໃຈໃສ່ ແລະການຊີ້ນໍາຢ່າງຂ້ຽວຂາດຂອງທ່ານນາຍົກລັດຖະມົນຕີ ທີ່ສະຫງວນໃຫ້ແກ່ການພົວພັນ ຫວຽດນາມ-ສະຫະພັນລັດເຊຍ.

ສອງຝ່າຍຮັບຮູ້ບັນດາໝາກຜົນທີ່ຕັ້ງໜ້າທີ່ບັນລຸໄດ້ໃນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ໃນນັ້ນມີຂົງເຂດພະລັງງານ, ນໍ້າມັນ-ອາຍແກັດ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ແຕ່ລະປະເທດ. ໃນສະພາບການຫຼາຍປະເທດ ພວມຫັນໄປສູ່ການນໍາໃຊ້ພະລັງງານສີຂຽວ, ຫຼຸດຜ່ອນຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີລັດຖະບານລັດເຊຍ ສືບຕໍ່ເອົາໃຈໃສ່, ຊຸກຍູ້ໂອກາດຮ່ວມມືໃໝ່ກັບຫວຽດນາມ, ພ້ອມທັງສືບຕໍ່ເສີມຂະຫຍາຍບັນດາເອກະສານຮ່ວມມືທີ່ໄດ້ລົງນາມລະຫວ່າງສອງປະເທດໃນຂົງເຂດສໍາຄັນນີ້ ໃຫ້ມີປະສິດທິຜົນ.

ສ່ວນທ່ານ ຟ້າມມິງຈີ້ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຍາມໃດກໍຊົມເຊີຍ ແລະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດລັດເຊຍ, ລວມມີວິສາຫະກິດນໍ້າມັນ-ອາຍແກັດທີ່ເອົາໃຈໃສ່, ເປີດກວ້າງການເຄື່ອນໄຫວຢູ່ຫວຽດນາມ.

* ຕອນບ່າຍຂອງວັນດຽວກັນ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ໃຫ້ການຕ້ອນຮັບທ່ານ Sergei Tsivilev ລັດຖະມົນຕີກະຊວງພະລັງງານ ສະຫະພັນ ລັດເຊຍ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ ແລະປາດຖະໜາຢາກປັບປຸງ, ເຮັດໃຫ້ການຮ່ວມມືກັບລັດເຊຍ ໃນທຸກຂົງເຂດເລິກເຊິ່ງຂຶ້ນຕື່ມເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະທ່ານ Sergei Tsivilev ລັດຖະມົນຕີກະຊວງພະລັງງານ ສະຫະພັນ ລັດເຊຍ. ພາບ: chinhphu.vn

ສ່ວນທ່ານ Sergei Tsivilev ຢັ້ງຢືນວ່າ ການນໍາລັດຖະບານລັດເຊຍ ກໍຄື ກະຊວງພະລັງງານລັດເຊຍ ຕີລາຄາສູງການຮ່ວມມືລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ໃນໄລຍະຜ່ານມາ ແລະຫວັງວ່າ ສອງຝ່າຍຈະສືບຕໍ່ຊຸກຍູ້ເພື່ອມີໂຄງການຮ່ວມມືໃນບັນດາຂົງເຂດໃໝ່ໃນໄລຍະຕໍ່ໜ້າ, ຕອບສະໜອງຄວາມຕ້ອງການພັດທະນາຢູ່ແຕ່ລະປະເທດ, ຄືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ, ນໍາໃຊ້ພະລັງງານສີຂຽວ, ພະລັງງານສະອາດ, ພະລັງງານປະລະມານູ ເພື່ອສັນຕິພາບ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຊົມເຊີຍ ແລະສະເໜີທ່ານລັດຖະມົນຕີ Sergei Tsivilev ສືບຕໍ່ສະໜັບສະໜູນການຮ່ວມມື ຫວຽດນາມ-ສະຫະພັນລັດເຊຍ ໃນຂົງເຂດພະລັງງານ-ນໍ້າມັນ-ອາຍແກັດ, ເອົາໃຈໃສ່ຊີ້ນໍາກະຊວງພະລັງງານລັດເຊຍ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການວິຊາສະເພາະຂອງຫວຽດນາມ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງປະເທດ ຜັນຂະຫຍາຍບັນດາໂຄງການຮ່ວມມືໃນຜືນແຜ່ນດິນຂອງກັນ, ສະໜັບສະໜູນການເຊື່ອມຕໍ່ ແລະເປີດກວ້າງການຮ່ວມມືບໍາລຸງກໍ່ສ້າງພະນັກງານໃຫ້ແກ່ຫວຽດນາມ ກ່ຽວກັບພະລັງງານ-ນໍ້າມັນອາຍແກັດ, ພ້ອມທັງຜັນຂະຫຍາຍການຮ່ວມມືໃນຂົງເຂດອື່ນໆ ຄື: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ...

* ກໍໃນວັນທີ 23 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການພົບປະກັບຜູ້ຕາງໜ້າສະຖານທູດ, ສະຖານກົງສູນໃຫຍ່ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ.

ໂດຍ: ໄຊຊະນະ