leftcenterrightdel
ການປຶກສາຫາລືຢູ່ວາລະປະຊຸມ. ພາບ: vov.vn

ເມື່ອເຂົ້າຮ່ວມການປຶກສາຫາລືຢູ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໃຫ້ຂໍ້ສັງເກດວ່າ ຄວາມຮັບຜິດຊອບຊຸກຍູ້ ແລະຮັກສາອຳນາດກົດໝາຍຢູ່ທຸກລະດັບຕ້ອງໄດ້ຮັບການຮ່ວມແຮງຮ່ວມໃຈຈາກທຸກປະເທດສະມາຊິກ ສປຊ. ນີ້ແມ່ນຂໍ້ກຸນແຈເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄຳໝັ້ນສັນຍາ ແລະປັບປຸງລັດທິຫຼາຍຝ່າຍ.

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຢັ້ງຢືນວ່າ ສືບຕໍ່ວິວັດທະນາການເຂົ້າຮ່ວມບັນດາເວທີປາໄສນິຕິທຳສາກົນຢ່າງຕັ້ງໜ້າໃນໄລຍະຜ່ານມາ, ຫວຽດນາມ ໄດ້ສະເໜີສະຫາຍນາງ ປອ. ຫງວຽນລານແອັງ, ຫົວໜ້າສະຖາບັນທະເລຕາເວັນອອກກາງ ສະໝັກເລືອກຕັ້ງເຂົ້າເປັນສະມາຊິກສານກົດໝາຍວ່າດ້ວຍທະເລສາກົນ (ITLOS) ອາຍຸການ 2026-2035 ດ້ວຍຄວາມປາດຖະໜາຢາກສືບຕໍ່ປະກອບສ່ວນຫຼາຍກວ່າເຂົ້າໃນຄວາມມານະພະຍາຍາມປັບປຸງອຳນາດກົດໝາຍໃນຂອບເຂດທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn