leftcenterrightdel
ສະຫາຍ ເລືອງເກື່ອງ ກ່າວຄໍາເຫັນຮັບດໍາລົງຕໍາແໜ່ງເປັນປະທານປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢືນຢັນວ່າ: ເລື່ອງສະຫາຍ ເລືອງເກື່ອງ ໄດ້ຮັບເລືອກຕັ້ງຮັບໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ການຕີລາຄາສູງຂອງພັກ, ລັດ ແລະປະຊາຊົນຫວຽດນາມ; ເຊື່ອໝັ້ນວ່າ ສະຫາຍ ເລືອງເກື່ອງ ພ້ອມດ້ວຍບັນດາການນຳພັກ, ລັດ ຈະນຳພາປະເທດ ແລະປະຊາຊົນຫວຽດນາມ ອ້າຍນ້ອງສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ ແລະໃຫຍ່ຫຼວງກວ່າອີກໃນພາລະກິດປ່ຽນແປງໃໝ່ ເພື່ອບັນລຸເປົ້າໝາຍກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທໍາ ແລະສີວິໄລ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານປະທານປະເທດ ເລືອງເກື່ອງ ເພື່ອສືບຕໍ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາ ແລະເກີດດອກອອກຜົນ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນສອງປະເທດກໍ່ຄືສັນຕິພາບ, ສະຖຽນລະພາບ ແລະຮ່ວມມືເພື່ອການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທະນາພອນ