ທີ່ການພົບປະ, ທ່ານນາງຮອງປະທານປະເທດ ໄດ້ສົ່ງຈົດໝາຍອວຍພອນຂອງບັນດາການນຳພັກ, ລັດ ແລະລັດຖະບານຫວຽດນາມ ມາຍັງປະທານາທິບໍດີ Prabowo Subianto. ທ່ານນາງຮອງປະທານປະເທດ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງປະທານາທິບໍດີ Prabowo, ອິນໂດເນເຊຍ ຈະບັນລຸເປົ້າໝາຍກາຍເປັນປະເທດພັດທະນາເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດ ໃນປີ 2045 ປະສົບຜົນສໍາເລັດ, ມີຖານະບົດບາດ ແລະອິດທິພົນຊື່ສຽງນັບມື້ນັບສູງຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດຫວຽດນາມ ທີ່ການພົບປະກັບທ່ານ Prabowo Subianto ປະທານາທິບໍດີ ອິນໂດເນເຊຍ. ພາບ: dangcongsan.vn

ທ່ານປະທານາທິບໍດີ Prabowo Subianto ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະຂອບໃຈມາຍັງການນຳຂອງພັກ, ລັດ ແລະລັດຖະບານຫວຽດນາມ. ປະທານາທິບໍດີ Prabowo Subianto ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງອິນໂດເນເຊຍ ຢູ່ພາກພື້ນ, ແລະສອງປະເທດຍັງມີທ່າແຮງ ແລະຄວາມສາມາດບົ່ມຊ້ອນຫຼາຍຢ່າງຕ້ອງຂຸດຄົ້ນ ເພື່ອຍົກລະດັບການຮ່ວມມືທັງສອງຝ່າຍ ແລະຫຼາຍຝ່າຍ.

ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ສົມທົບກັນຊຸກຍູ້ການພົວພັນແລກປ່ຽນຂັ້ນສູງ ແລະທຸກຂັ້ນ, ລະຫວ່າງພັກ, ລັດ, ການພົບປະແລກປ່ຽນປະຊາຊົນ ແລະການເຊື່ອມຕໍ່ທ້ອງຖິ່ນ; ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 18 ຕື້ໂດລາສະຫະລັດໂດຍໄວ; ສົ່ງເສີມວິສາຫະກິດສອງປະເທດລົງທຶນເຂົ້າຕະຫຼາດຂອງກັນ, ພິເສດແມ່ນໃນຂົງເຂດໃໝ່ ເຊັ່ນ: ອຸດສາຫະກຳ Halal, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ; ຍູ້ແຮງການຮ່ວມມືໃນຂົງເຂດສຳຄັນອື່ນໆ ເຊັ່ນ: ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ. ການນຳ ສອງທ່ານກໍ່ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສ, ອົງການຈັດຕັ້ງພາກພື້ນ ແລະສາກົນ, ພິເສດແມ່ນຮັກສາຄວາມສາມັກຄີ, ບົດບາດໃຈກາງຂອງອາຊຽນ ໃນບັນດາບັນຫາພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ; ຊຸກຍູ້ການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ໂດຍ: ທະນາພອນ