ທ່ານ Kim Jong Un ປະທານ ສປປ ເກົາຫຼີ ຖືວ່າເລື່ອງທ່ານ ເລືອງເກື່ອງ ຮັບດໍາລົງຕໍາແໜ່ງສໍາຄັນເປັນປະທານປະເທດສະແດງໃຫ້ເຫັນຄວາມເຊື່ອໝັ້ນ ແລະຄວາມຫວັງຂອງພັກກອມມູນິດ ແລະປະຊາຊົນຫວຽດນາມ; ທ່ານເຊື່ອໝັ້ນຢ່າງແນ່ວແນວ່າການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດຫວຽດນາມ-ສປປ ເກົາຫຼີ ຈະໄດ້ຮັບການເພີ່ມທະວີ ແລະພັດທະນາ ເພື່ອພາລະກິດສັງຄົມນິຍົມ ແລະຜົນປະໂຫຍດຂອງປະຊາຊົນສອງປະເທດ.

ທ່ານ Yoon Suk Yeol ປະທານາທິບໍດີ ສ.ເກົາຫຼີ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງປະທານປະເທດ ເລືອງເກື່ອງ, ຫວຽດນາມ ຈະສືບຕໍ່ພັດທະນາ ແລະຍົກສູງທີ່ຕັ້ງຂອງຕົນໃນເວທີສາກົນ; ຢັ້ງຢືນວ່າ ຈະສືບຕໍ່ແລກປ່ຽນ ແລະຮ່ວມມືຢ່າງແໜ້ນແຟ້ນເພື່ອນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສ.ເກົາຫຼີ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນຂອງພາກພື້ນ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກ່າວຄໍາເຫັນດໍາລົງຕໍາແໜ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Ishiba Shigeru ນາຍົກລັດຖະມົນຕີຍີ່ປຸ່ນ ເນັ້ນໜັກວ່າ ຫວຽດນາມ ແມ່ນເພື່ອນມິດຂອງຍີ່ປຸ່ນ, ມີການພົວພັນມິດຕະພາບອັນດີງາມ ແລະມີປະຫວັດສາດແຫ່ງການພົວພັນແລກປ່ຽນມາແຕ່ດົນນານ; ຢັ້ງຢືນວ່າ ສອງປະເທດໄດ້ກາຍເປັນຄູ່ຮ່ວມມືທີ່ຂາດບໍ່ໄດ້ຂອງກັນໃນທຸກຂົງເຂດ, ໃນນັ້ນການເຄື່ອນໄຫວພົບປະແລກປ່ຽນ, ການຢື້ຢາມຖາມຂ່າວລະຫວ່າງການນໍາຂັ້ນສູງສອງປະເທດດໍາເນີນຢ່າງຟົດຟື້ນ. ທ່ານ Ishiba Shigeru ນາຍົກລັດຖະມົນຕີສະແດງຄວາມປາດຖະໜາຢາກເຮັດໃຫ້ການພົວພັນຮ່ວມມືກັບຫວຽດນາມ ເລິກເຊິ່ງກວ່າ ແລະຈະໄດ້ພົບປະກັບປະທານປະເທດ ເລືອງເກື່ອງ ໂດຍໄວ.

ທ່ານ Ukhnaagiin Khurelsukh ປະທານາທິບໍດີມົງໂກນ ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການຊີ້ນໍາຂອງທ່ານປະທານປະເທດ ເລືອງເກື່ອງ, ປະຊາຊົນຫວຽດນາມ ຈະສືບຕໍ່ສ້າງໜ້າປະຫວັດສາດອັນສະຫງ່າງາມ, ສ້າງຜົນງານກ່ຽວກັບລະດັບພັດທະນາຢູ່ພາກພື້ນ ແລະໃນໂລກ; ຢັ້ງຢືນວ່າ ຈະຮ່ວມມືຢ່າງແໜ້ນແຟ້ນກັບທ່ານປະທານປະເທດ ເລືອງເກື່ອງ ເພື່ອນໍາການພົວພັນຄູ່ຮ່ວມມືຮອບດ້ານມົງໂກນ-ຫວຽດນາມ ໃຫ້ພັດທະນາເຂົ້າສູ່ໄລຍະໃໝ່, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງປະເທດມົງໂກນ-ຫວຽດນາມ.

ທ່ານ Nicolas Maduro Moros ປະທານາທິບໍດີ ສາທາລະນະລັດ ເວເນຊູເອລາ ຕາງໜ້າລັດຖະບານເວເນຊູເອລາ ຊົມເຊີຍທ່ານປະທານປະເທດເລືອງເກື່ອງ; ຢັ້ງຢືນວ່າ ການນໍາສອງປະເທດຈະສືບຕໍ່ມານະພະຍາຍາມປັບປຸງ ແລະເພີ່ມທະວີການພົວພັນເວເນຊູເອລາ-ຫວຽດນາມ ຄື ຄຳໂອວາດສຸດທ້າຍຂອງປະທານໂຮ່ຈີມິນ. ທ່ານ Alexander Lukashenko ປະທານາທິບໍດີ ສາທາລະນະລັດ ເບລາຣຸດ ສົ່ງຈົດໝາຍຊົມເຊີຍເຖິງທ່ານປະທານປະເທດ ເລືອງເກື່ອງ.

ທ່ານ Daniel Ortega Saavedra ປະທານາທິບໍດີ ສາທາລະນະລັດ ນີກາຣາກົວ ແລະທ່ານ Rosario Murillo ຮອງປະທານາທິບໍດີ ສາທາລະນະລັດ ນີກາຣາກົວ ໄດ້ສ່ົງສານຊົມເຊີຍເຖິງທ່ານປະທານປະເທດເລືອງເກື່ອງ. ເຈົ້າຊີວິດລາຊະອານາຈັກ ຊູແອັດ Carl XVI Gustaf ໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານປະທານປະເທດເລືອງເກື່ອງ.

ໂດຍ: ໄຊນີດາ