ທີ່ການຕ້ອນຮັບ, ທ່ານ ບຸ່ຍແທງເຊີນ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນແບບພິເສດລະຫວ່າງຫວຽດນາມ ແລະລາວ. ເພື່ອຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງກົມການເມືອງຫວຽດນາມ-ລາວ ໃນເດືອນກັນຍາ 2024 ແລະກະກຽມສະຫຼຸບ, ຕີລາຄາ, ວາງທິດທາງຮ່ວມມືໃນປີ 2025 ທີ່ກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ໂດຍນາຍົກລັດຖະມົນຕີ ສອງທ່ານເປັນປະທານຮ່ວມໃນຕົ້ນປີ 2025, ທ່ານ ບຸ່ຍແທງເຊີນ ສະເໜີໃຫ້ສອງຝ່າຍຍູ້ແຮງການປະຕິບັດຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ຮັບມອບໝາຍໃນການຮ່ວມມືຊື້-ຂາຍໄຟຟ້າ, ຊື້-ຂາຍຖ່ານຫີນ, ເພີ່ມທະວີການລົງທຶນລະຫວ່າງສອງປະເທດ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ. ພາບ: dangcongsan.vn

ສ່ວນທ່ານ ໂພໄຊ ໄຊຍະສອນ ສະເໜີສອງຝ່າຍຕ້ອງສືບຕໍ່ແລກປ່ຽນຢ່າງເລິກເຊິ່ງໃນທຸກລະດັບ ເພື່ອໃຫ້ພະລັງງານ ແລະບໍ່ແຮ່ ກາຍເປັນກຳລັງແຮງໃນການຮ່ວມມືລະຫວ່າງສອງປະເທດ; ເຊື່ອໝັ້ນວ່າ ບັນດາກິດຈະການເຄື່ອນໄຫວໃນຂົງເຂດນີ້ຈະນັບມື້ນັບມີປະສິດທິຜົນກວ່າອີກໃນໄລຍະຈະມາເຖິງ.

* ຕອນເຊົ້າວັນທີ 21 ຕຸລາ, ຢູ່ນະຄອນໂຮ່ຈິີມິນ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມເວທີປາໄສ-ງານວາງສະແດງເສດຖະກິດສີຂຽວ. ໃນຂອບເຂດເວທີປາໄສ, ທ່ານ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ Margaritis Schinas, ຮອງປະທານຄະນະກຳມະການເອີລົບ (EC).

ທີ່ການຕ້ອນຮັບ, ທ່ານ ບຸ່ຍແທງເຊີນ ຢືນຢັນວ່າ: ຫວຽດນາມ ຍາມໃດກໍຖືເປັນສຳຄັນຊຸກຍູ້ການພົວພັນຄູ່ຮ່ວມມື ແລະການຮ່ວມມືຮອບດ້ານກັບສະຫະພາບເອີລົບ (ອີຢູ). ໃນສະພາບການທີ່ຫວຽດນາມ ແລະອີຢູ ພວມມຸ່ງໄປເຖິງການສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025, ທ່ານ ບຸ່ຍແທງເຊີນ ປາດຖະໜາວ່າ ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຍາດແຍ່ງເອົາທ່າແຮງ ເພື່ອນໍາການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່; ສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ, ຜັນຂະຫຍາຍກົນໄກຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ຕ້ອນຮັບທ່ານ Margaritis Schinas, ຮອງປະທານຄະນະກຳມະການເອີລົບ (EC). ພາບ: mofa.gov.vn

ສ່ວນທ່ານ Margaritis Schinas ຮອງປະທານ EC ຢືນຢັນວ່າ: ອີຢູ ປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມ ໃນບັນດາຂົງເຂດທີ່ ອີຢູ ມີທ່າແຮງ, ພິເສດແມ່ນໃນການຫັນເປັນສີຂຽວ, ສິ່ງແວດລ້ອມ ແລະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ Margaritis Schinas ໄດ້ເຫັນດີເປັນເອກະສັນຊຸກຍູ້ສະພາແຫ່ງຊາດບັນດາປະເທດສະມາຊິກຮັບຮອງເອົາສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ ເພື່ອແນໃສ່ສ້າງສະພາບແວດລ້ອມສະດວກໃຫ້ການເປີດກວ້າງການຮ່ວມມືດ້ານເສດຖະກິດລະຫວ່າງສອງຝ່າຍ.

* ໃນວັນດຽວກັນ, ໃນຂອບເຂດຂອງເວທີປາໄສ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Ville Tapani Tavio ລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະພັດທະນາແຟງລັງ. ທີ່ການພົບປະ, ທ່ານ ບຸ່ຍແທງເຊີນ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການພົບປະແລກປ່ຽນຂັ້ນສູງ, ຊຸກຍູ້ການພົວພັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ, ຂະແໜງການ ແລະວິສາຫະກິດ. ທ່ານ ບຸ່ຍແທງເຊີນ ກໍ່ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນການບຳລຸງກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະການຮ່ວມມືລະຫວ່າງບັນດາອົງການສຶກສາຂອງສອງປະເທດ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  ຕ້ອນຮັບທ່ານ  Ville Tapani Tavio ລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະພັດທະນາ ແຟງລັງ. ພາບ: mofa.gov.vn

ສ່ວນທ່ານ Ville Tapani Tavio ຢືນຢັນວ່າ ແຟງລັງ ປາດຖະໜາຢາກເຮັດໃຫ້ການຮ່ວມມືກັບຫວຽດນາມ ເລິກເຊິ່ງຂຶ້ນຕື່ມ, ພິເສດແມ່ນດ້ານການປ່ຽນແປງຂອງດິນຟ້າອາກາດ ແລະການຫັນເປັນສີຂຽວ. ທ່ານ Ville Tapani Tavio ໄດ້ເຫັນດີເປັນເອກະພາບວ່າ ສອງຝ່າຍຈະເປີດກວ້າງການຮ່ວມມືດ້ານການສຶກສາ ແລະບຳລຸງກໍ່ສ້າງ.

ໂດຍ: ທູຈາງ