ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບ, ພົບປະເຈລະຈາກັບປະທານສະພາຕໍ່າ ມາເລເຊຍ
    
    
    
        
            
ກປ.ອອນໄລ - ຕອນບ່າຍວັນທີ 23 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Tan Sri Dato’ Johari Bin Abdul ປະທານສະພາຕໍ່າ ມາເລເຊຍ ແລະຄະນະຜູ້ແທນສະພາແຫ່ງຊາດມາເລເຊຍ ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດໍາເນີນການພົບປະເຈລະຈາ.
        
        
        
            
	
		
			
				     | 
		
		
			
				  | 
		
		
			| 
				 ບັນຍາກາດທີ່ການພົບປະເຈລະຈາ. ພາບ: ເລິມຮ໋ຽນ | 
		
	
	ທີ່ການພົບປະເຈລະຈາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບມາເລເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ, ມຸ່ງໄປເຖິງຍົກລະດັບການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່. ພ້ອມທັງຢືນຢັນວ່າ ຄວາມສາມາດບົ່ມຊ້ອນໃນການພັດທະນາດ້ານການຄ້າ, ການທ່ອງທ່ຽວລະຫວ່າງຫວຽດນາມ ແລະມາເລເຊຍ ຍັງໃຫຍ່ຫຼວງທີ່ສຸດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖືວ່າ ສອງປະເທດສາມາດເພີ່ມທະວີການຮ່ວມມືໃນບັນດາຂົງເຂດລົງທຶນ, ເຕັກໂນໂລຢີ, ການທ່ອງທ່ຽວ ແລະການຄ້າ, ພະລັງງານຈາກນັ້ນເປີດກວ້າງການແລກປ່ຽນການຄ້າ ແລະຂຸດຄົ້ນທ່າໄດ້ປຽບຂອງແຕ່ລະປະເທດຢ່າງສຸດຂີດ. ເພື່ອໃຫ້ວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ໂດລາສະຫະລັດໂດຍໄວ.
	
		
			
				     | 
		
		
			
				  | 
		
		
			| 
				ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Tan Sri Dato’ Johari Bin Abdul ປະທານສະພາຕໍ່າ ມາເລເຊຍ. ພາບ: ເລິມຮ໋ຽນ | 
		
	
	ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຕີລາຄາສູງທັດສະນະ, ແຜນນະໂຍບາຍຂອງມາເລເຊຍ ໃນການແກ້ໄຂບັນຫາທະເລຕາເວັນອອກ, ສອງຝ່າຍຄວນສົມທົບກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຮັກສາຫຼັກໝັ້ນຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ຊຸກຍູ້ການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ; ເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດ, ມີເນື້ອແທ້, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
	ສ່ວນທ່ານ Tan Sri Dato’ Johari Bin Abdul ເນັ້ນໜັກວ່າ ມາເລເຊຍ ແລະຫວຽດນາມ ແມ່ນພາກສ່ວນສຳຄັນຂອງອາຊຽນ ທີ່ພວມມານະພະຍາຍາມ, ຮ່ວມເດີນທາງເພື່ອພ້ອມກັນພັດທະນາເສດຖະກິດ, ແບ່ງປັນບັນດາຜົນງານດ້ານວິທະຍາສາດ, ການຮ່ວມມືດ້ານພະລັງງານ; ພ້ອມທັງເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ/ລັດຖະສະພາສອງປະເທດ ຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລັດຖະສະພາ.
	ໂດຍ: ເຈິ່ນຮວ່ຽນ